
ຄະນະບໍລິຫານງານຊາວໜຸ່ມ ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ປາຖະກາຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (14 ເມສາ 1955-14 ເມສາ 2026); ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ສີພະຈັນ ນັນທະວົງສາ ກຳມະການປະຈໍາພັກ, ຮອງປະທານສູນກາງແນວລາວສ້າງຊາດ, ທັງເປັນຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ສູນກາງແນວລາວສ້າງຊາດ, ມີບັນດາທ່ານ ສະຫາຍເລຂາ. ຮອງເລຂາ, ຄະນະໜ່ວຍພັກບັນດາກົມ, ຫ້ອງການ, ສູນຄົ້ນຄວ້າ ແລະ ຝຶກອົບຮົມ, ຜູ້ຕາງໜ້າອົງການຈັດຕັ້ງກຳມະບານ, ແມ່ຍິງ ສູນກາງແນວລາວສ້າງຊາດ ພ້ອມດ້ວຍບັນດາທ່ານຫົວໜ້າໜ່ວຍ, ຮອງຫົວໜ້າໜ່ວຍ ແລະ ສະມາຊິກຊາວໜຸ່ມ ສນຊ ເຂົ້າຮ່ວມ, ໃນວັນທີ 8 ເມສາ 2026.

ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງບັນດາເອກສານທີ່ສໍາຄັນເປັນຕົ້ນ: ຮັບຟັງ ບົດສະຫຼຸບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຕະຫຼອດໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການປະຈໍາປີ 2026 ຂອງຄະນະບໍລິຫານງານຊາວໜຸ່ມ ສູນກາງແນວລາວສ້າງຊາດ, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ IX; ຮັບຟັງການເລົ່າມູນເຊື້ອ ແລະ ຜົນງານຂອງຄະນະຊາວໜຸ່ມ ຕະຫຼອດໄລຍະ 71 ປີ ຜ່ານມາ; ໂດຍພາຍໃຕ້ຮົ່ມທຸງຂອງພັກເຮົາ ກໍ່ຄືການນໍາພາຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ແບກຫາບພາລະກຳປະຫວັດສາດອັນຍິ່ງໃຫຍ່ໃນແຕ່ລະໄລຍະທີ່ແຕກຕ່າງກັນ ແລະ ສາມາດປະຕິບັດພາລະກຳປະຫວັດສາດເຫຼົ່ານັ້ນໄດ້ຢ່າງສະຫງາ່ງາມ.
ໃນໂອກາດນີ້, ທ່ານ ນາງສີພະຈັນ ນັນທະວົງສາ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົນເຊີຍ ຕໍ່ຄະນະບໍລິຫານງານຊາວໜຸ່ມ ສນຊ ທີ່ສາມາດຍາດໄດ້ຜົນງານຕະຫຼອດໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນຕື່ມວ່າ: ໃຫ້ຄະນະບໍລິຫານງານຊາວໜຸ່ມ ຈົ່ງສືບຕໍ່ຊຸກຍູ້ໃຫ້ສະມາຊິກຊາວໜຸ່ມເອົາໃຈໃສ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ ໃຫ້ເລິກເຊິ່ງ, ປັບປຸງແບບແຜນ ແລະ ວິທີການເຮັດວຽກໃຫ້ມີລັກສະນະວິທະຍາສາດ ແລະ ທັນສະໄໝ; ສຶບຕໍ່ຍົກລະດັບຄວາມຮູ້ຄວາມສາມາດໃນທຸກດ້ານ ເພື່ອຮັບປະກັນໃນການເຄື່ອນໄຫວວຽກງານຊາວໜຸ່ມ ແລະ ເປັນເສນາທິການໃຫ້ຄະນະພັກ-ຄະນະປະຈຳສູນກາງແນວລາວສ້າງຊາດ ຢູ່ຕະຫຼອດເວລາ; ເປັນເຈົ້າການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງເພື່ອແກ້ໄຂຄວາມຫຍຸ້ງຍາກ ຂອງຄອບຄົວສະມາຊິກຊາວໜຸ່ມ ແລະ ໃຫ້ສຶບຕໍ່ຮັກສາມູນເຊື້ອຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.
ຂ່າວ-ພາບ: ສຸກສຳລານ-ແສງຫຼ້າ
ບກ: ໄພຈິດ


