ປະທານ ສນຊ ຕ້ອນຮັບຄະນະເຂົ້າຢ້ຽມອວຍພອນ ເນື່ອງໃນບຸນປີໃໝ່ລາວ ພສ 2569

 
ໃນວັນທີ 09 ເມສາ 2026 ທີ່ສູນກາງແນວລາວສ້າງຊາດ, ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ການຕ້ອນຮັບຄະນະ ຈາກທະນະຄານແຫ່ງ ສປປ ລາວ ເຂົ້າຢ້ຽມອວຍພອນ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569 ຊຶ່ງນໍາໂດຍ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນະຄານແຫ່ງ ສປປ ລາວ. ໃນໂອກາດນີ້, ທ່ານ ນາງ ວັດທະນາ ດາລາລອຍ ໄດ້ນຳເອົາຄຳອວຍພອນອັນປະເສີດ ຂອງຜູ້ວ່າ ທະນາຄານແຫ່ງ ສປປ ລາວ ມາຍັງຄະນະນໍາສູນກາງແນວລາວສ້າງຊາດ ແລະ ໄດ້ລາຍງານສະພາບການເຄື່ອນໄຫວ ຂອງທະນາຄານ ແຫ່ງ ສປປ ລາວ ໂດຍຫຍໍ້ ຕໍ່ທ່ານປະທານ ສນຊ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ ຕະຫຼອດໄລຍະຜ່ານມາ ທະນາຄານແຫ່ງ ສປປ ລາວ ກໍໄດ້ພະຍາຍາມ ປັບປຸງ, ກໍານົດ ອັດຕາແລກປ່ຽນເງິນຕາຕ່າງປະເທດ ແລະ ລາຄາຄຳ ເພື່ອບໍ່ໃຫ້ມີຜົນກະທົບກວ້າງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ທະນາຄານເອງ ກໍໄດ້ພົບກັບສິ່ງທ້າທາຍຫຼາຍ ປະການ ໂດຍສະເພາະ ການໜິງຕີງ ຂອງເສດຖະກິດໂລກ ເຮັດໃຫ້ ສປປ ລາວ ຂອງພວກເຮົາໄດ້ຮັບຜົນກະທົບບໍ່ໜ້ອຍ. ໃນໂອກາດນີ້, ທ່ານກໍສະແດງຄວາມຮູ້ບຸນຄຸນ ຕໍ່ທ່ານປະທານ ສນຊ ທີ່ໄດ້ເປີດໂອກາດ ໃຫ້ຄະນະຂອງທ່ານ ໄດ້ເຂົ້າພົບ ທັງໄດ້ອວຍພອນອັນປະເສີດ ເນື່ອງໃນໂອກາດປີໃໝ່ລາວ ໃຫ້ແກ່ ທ່ານປະທານ, ຄະນະນໍາ ສນຊ ແລະ ພະນັກງານຂອງສູນກາງແນວລາວສ້າງຊາດ.
ທ່ານ ປະທານ ສນຊ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ຄະນະນໍາ ຂອງທະນະຄານແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດເຂົ້າຢ້ຽມອວຍພອນ. ພ້ອມກັນນີ້, ທ່ານຍັງໄດ້ຕີລາຄາສູງ ຕໍ່ການປະສານງານ ແລະ ການຮ່ວມມື ໃນໄລຍະຜ່ານມາ ຊຶ່ງທະນະຄານ ແຫ່ງ ສປປ ລາວ ໄດ້ປະກອບສ່ວນສໍາຄັນ ໃນການສົ່ງເສີມສະຖຽນະພາບດ້ານເສດຖະກິດ-ການເງິນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ. ແນວລາວສ້າງຊາດ ໃນຖານະຜູ້ເຮັດບົດບາດ ຕິດຕາມກວດກາຕາມສຽງສະທ້ອນຂອງສັງຄົມ, ເປັນຂົວຕໍ່ ລະຫວ່າງພັກ-ລັດ ແລະ ປະຊາຊົນ ຈະເປັນອີກແຮງໜຶ່ງ ໃນການນໍາເອົາ ຄຳຄິດຄຳເຫັນ ສຽງສະທ້ອນ ຂອງປະຊາຊົນ ທີ່ມີຕໍ່ການພັດທະນາ ປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນກ່ຽວກັບສຽງສະທ້ອນ ຕໍ່ການໜິງຕີງອັດຕາແລກປ່ຽນ, ລາຄາຄຳ ແລະ ບັນຫາທີ່ພົວພັນເຖິງ ວຽກງານການເງິນ-ເງິນຕາ ພາຍໃນປະເທດຂອງພວກເຮົາ ເຮັດໃຫ້ທາງທະນາຄານໄດ້ຮັບຂໍ້ມູນຂ່າວສານຢ່າງຖືກຕ້ອງ ແລະ ພ້ອມກັນຊອກວິທີແກ້ໄຂໃຫ້ທັນກັບສະພາບການ.
ຂ່າວ+ພາບ: ລີ
ບກ: ອຸດອນ