ປະທານ ສນຊ ຕ້ອນຮັບຄະນະນໍາສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ.

  
ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໄດ້ໃຫ້ການຕ້ອນຮັບຄະນະນໍາຈາກສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເຂົ້າຢ້ຽມຢາມ ແລະ ອວຍພອນ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569 ຈະມາເຖິງ. ຊຶ່ງນໍາໂດຍ ທ່ານ ທອງລີ ສີສຸລິດ ກໍາມະການສູນກາງພັກ, ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໃນວັນທີ 10 ເມສາ 2026 ທີ່ສູນກາງແນວລາວສ້າງຊາດ
ໃນໂອກາດນີ້, ທ່ານ ທອງລີ ສີສຸລິດ ໄດ້ນໍາເອົາຄໍາອວຍພອນອັນປະເສີດ ມາຍັງຄະນະນໍາສູນກາງແນວລາວສ້າງຊາດ ພ້ອມທັງໄດ້ລາຍງານໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວຂອງຊາວໜຸ່ມ ແລະ ການປະກາດສະຫະພັນຊາວໜຸ່ມລາວ ເພື່ອເປັນການຂໍທິດຊີ້ນໍາໃນໂອກາດນີ້; ໂດຍສະເພາະຕໍ່ວຽກຈຸດສຸມປີ 2026 ແລະ ຕໍ່ໜ້າໃຫ້ທ່ານປະທານ ສນຊ ໄດ້ຮັບຊາບ. ທ່ານ ທອງລີ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ທ່ານປະທານ ສນຊ ທີ່ໄດ້ເປີດໂອກາດໃຫ້ຄະນະເຂົ້າພົບ ແລະ ໄດ້ອວຍພອນໃນໂອກາດປີໃໝ່ລາວ ພ້ອມທັງອວຍພອນໃຫ້ ທ່ານປະທານ, ຄະນະນໍາ ສນຊ ແລະ ພະນັກງານ ແນວລາວສ້າງຊາດທຸກທົ່ວໜ້າ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສໍາເລັດໃນໜ້າທີ່ການງານ.
ໃນໂອກາດນີ້, ທ່ານ ປະທານ ສນຊ ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ ແລະ ກ່າວຂອບໃຈ ຕໍ່ການເຂົ້າຢ້ຽມອວຍພອນໃນຄັ້ງນີ້. ທ່ານຍັງໄດ້ຕີລາຄາສູງ ຕໍ່ຜົນງານຂອງສູນກາງຊາວໜຸ່ມ ໃນການປຸກລະດົມ ແລະ ຊຸກຍູ້ຊາວໜຸ່ມ ໃຫ້ເຂົ້າຮ່ວມພັດທະນາເສດຖະກິດ-ສັງຄົມ ຕະຫຼອດໄລຍະຜ່ານມາ ໂດຍມີຜົນງານໂດດເດັ່ນ ເຊັ່ນ: ການປັບປຸງກົງຈັກຈັດຕັ້ງ, ການພັດທະນາບຸກຄະລາກອນ, ການຍົກສູງບົດບາດຊາວໜຸ່ມ ແລະ ການກໍານົດຕົວຊີ້ວັດການດໍາເນີນງານຢ່າງຊັດເຈນ.ນອກຈາກນັ້ນ, ຍັງໄດ້ປືກສາກ່ຽວກັບການນໍາໃຊ້ກໍາລັງແຮງຂອງຊາວໜຸ່ມ ໃນການພັດທະນາ “3 ສ້າງ” ຄວບຄູ່ກັບການພັດທະນາຊົນນະບົດ ເພື່ອເປັນກໍາລັງສໍາຄັນ ໃນການເສີມສ້າງຄວາມສາມັກຄີທົ່ວປວງຊົນ. ພ້ອມນີ້, ທ່ານປະທານ ສນຊ ຍັງໄດ້ແນະນໍາ ໃຫ້ສອງອົງການ ສືບຕໍ່ປະສານງານຢ່າງໃກ້ຊິດ ສ້າງກົນໄກການຮ່ວມມື ແລະ ຈັດໃຫ້ມີການພົບປະປຶກສາຫາລືເປັນປະຈໍາ ໃນໄລຍະ 3 ເດືອນ ແລະ 6 ເດືອນ ເພື່ອທົບທວນ ແລະ ວາງແຜນທິດທາງການດໍາເນີນງານ ໃນໄລຍະຕໍ່ໜ້າ.
ຂ່າວ+ພາບ: ລີ
ບກ: ພ. ບຸບຜາ