ປະທານ ອພສ ພ້ອມດ້ວຍຄະນະ ເຂົ້າຮ່ວມ ກອງປະຊຸມສຸດຍອດຊາວພຸດໂລກ ຄັ້ງທີ IX ທີ່ປະເທດຢີ່ປຸ່ນ

 ໃນລະຫວ່າງວັນທີ 05-12 ເມສາ 2026, ຄະນະຜູ້ແທນສູນກາງອົງການພຸດທະສາສະຫນາສຳ ພັນແຫ່ງ ສປປ ລາວ (ອພສ) ແລະ ສູນກາງແນວລາວສ້າງຊາດ ນຳໂດຍພຣະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງ ອພສ, ມີທ່ານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ຢີ່ປຸ່ນ, ທ່ານ ຄຳຢາດ ຣາຊດາວົງ ຄະນະປະຈຳ, ຫົວຫນ້າກົມສາສະຫນາ ສນຊ ພ້ອມດ້ວຍຄະນະພຣະສົງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຊາວພຸດໂລກ ຄັ້ງທີ IX ທີ່ປະເທດຢີ່ປຸ່ນ;
ກອງປະຊຸມຄັ້ງນີ້, ມີຜູ້ແທນຊາວພຸດໂລກ ແລະ ພາກສ່ວນກ່ຽວຂ້ອງ 51 ປະເທດ ແລະ ຕາງໜ້າອົງການສະຫະປະຊາຊາດເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ເພື່ອທົບທວນການຈັດຕັ້ງປະຕິ ບັດຖະແຫລ່ງການຮ່ວມກອງປະຊຸມ ຄັ້ງທີ VIII ທີ່ຜ່ານມາ ວ່າແຕ່ລະປະເທດໄດ້ມີການຈັດຕັ້ງປະຕິ ບັດຄືແນວໃດ ທິດທາງຕໍ່ຫນ້າຈະເສີມຂະຫຍາຍດ້ານໃດ; ພ້ອມກັນນັ້ນ, ໄດ້ມີການແລກປ່ຽນບົດຮຽນກ່ຽວກັບສະພາບພຸດທະສາສະໜານຳກັນ, ກຳນົດທິດທາງ ແລະ ຖະແຫລ່ງການຮ່ວມໃນຊຸມປີຕໍ່ຫນ້າ.
ຂ່າວ ແລະ ພາບ : ກົມສາສະໜາ
ບກ: ພ.ພຽງ