ກອງປະຊຸມດັ່ງກ່າວຈັດຂຶ້ນໃນຕອນເຊົ້າວັນທີ 17 ເມສາ 2026 ທີ່ສູນກາງແນວລາວສ້າງຊາດ(ສນຊ) ພາຍໃຕ້ການເປັນປະທານກອງປະຊຸມຂອງ ສະຫາຍ ສຈ ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານ ສນຊ, ມີບັນດາສະຫາຍຮອງເລຂາຄະນະພັກ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກ-ຫົວໜ້າກົມ ສນຊ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານ ວຽກງານບຸກຄະລາກອນກອງປະຊຸມໃຫຍ່, ເນື້ອໃນ, ການປັບປຸງກົດລະບຽບແນວລາວສ້າງຊາດ ສະໄໝທີ XII, ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ຮັບຟັງທິດຊີ້ນໍາຈາກສະຫາຍ ສຈ ປອ ກິແກ້ວ ໄຂຄໍາພິທູນ ຕໍ່ການກະກຽມຄວາມພ້ອມຮອບດ້ານ ຂອງແຕ່ລະໜ້າວຽກ ເພື່ອແນໃສ່ໃຫ້ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ທີ່ຈະໄຂຂຶ້ນໃນອີກບໍ່ດົນນີ້ ໄດ້ມີຜົນສໍາເລັດຢ່າງຈົບງາມ ຕາມຄາດໝາຍວາງໄວ້.


