ເປີດສັບປະດາຮູບເງົາ ສະເຫຼີມສະຫຼອງ 65 ປີ ສາຍພົວພັນການທູດ ລາວ-ຈີນ.

ໃນວັນທີ 20 ເມສາ 2026 ນີ້, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸໂທລະພາບສູນກາງຈີນ (CMG) ໄດ້ຮ່ວມຈັດພິທີເປີດງານສັບປະດາຮູບເງົາຈີນ ແລະ ເທດສະການຮູບເງົາ ລາວ-ຈີນ ຂຶ້ນຢ່າງຍິ່ງໃຫຍ່ ທີ່ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດ ສະເຫຼີມສະຫຼອງຄົບຮອບ 65 ປີ ຂອງສາຍພົວພັນທາງການທູດ ລາວ-ຈີນ ແລະ ຄົບຮອບ 10 ປີ ຂອງການຈັດງານເທດສະການດັ່ງກ່າວ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຈ. ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີທ່ານ ນາງ ສວນສະຫວັນ ວິຍະເກດ ລັດ​ຖະ​ມົນ​ຕີ, ​ກະ​ຊວງວັດ​ທະ​ນະ​ທຳ ແລະ ການ​ທ່ອ​ງ​ທ່ຽວ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາທ່ານການນຳຂັ້ນສູງຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ໃນງານມີການນຳສະເໜີຮູບເງົາຈີນ 7 ເລື່ອງ (ພາກພາສາລາວ) ໂດຍເລີ່ມສາຍເລື່ອງ “ຂ້ອຍກັບບ້ານເກີດຂອງຂ້ອຍ” ເຊິ່ງໄດ້ສະທ້ອນວິຖີຊີວິດ ແລະ ຄຸນຄ່າສັງຄົມ.ຮູບເງົາທັງ 7 ເລື່ອງ ຈະສືບຕໍ່ນຳໄປສາຍຢູ່ຫຼາຍແຂວງທົ່ວປະເທດ ເພື່ອເປີດໂອກາດໃຫ້ປະຊາຊົນໄດ້ເຂົ້າຮັບຊົມຢ່າງກວ້າງຂວາງ ເປັນການເຜີຍແຜ່ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາອັນດີງາມ ລະຫວ່າງລາວ-ຈີນ ໃຫ້ແນ້ນແຟ້ນ ແລະ ຍືນຍົງຕະຫຼອດໄປ.
ບກ: ອຸດອນ
ຂ່າວ+ພາບ: ລີ