ທ່ານຮອງປະທານ (ສນຊ) ຕ້ອນຮັບຮອງລັດຖະມົນຕີ ກະຊວງການຕ່າງປະເທດອິນໂດເນເຊຍ

 
ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ມູຮຳມັດອານິສ ມັດຕາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ, ໃນວັນທີ 20 ເມສາ 2026.
ໃນໂອກາດນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ໃຫ້ນັບມື້ນັບເເໜ້ນແຟ້ນຍິ່ງຂຶ້ນ ໂດຍສະເພາະ ແມ່ນການຮ່ວມມືພົວພັນລະຫວ່າງສອງປະເທດ ເປັນຕົ້ນ: ແມ່ນການສ້າງຄວາມເຂົ້າອົກເຂົ້າໃຈກັນ ລະຫວ່າງຊຸມຊົນຢູ່ ບັນດາປະເທດອາຊຽນ ທາງດ້ານຄວາມເຊື່ອຖືສາສະໜາ ແລະ ວັດທະ ນະທຳທີ່ເປັນເອກະລັກແຕກຕ່າງກັນແຕ່ສາມາດຢູ່ຮ່ວມກັນໄດ້ດ້ວຍຄວາມພາກພູມໃຈ, ໃນນີ້ ເພື່ອເປັນການຜັນຂະ ຫຍາຍເສົາຄໍ້າວັດທະນະທຳອາຊຽນ ແລະ ໃຫ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງ ຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
ພ້ອມນີ້, ທ່ານ ມູຮຳມັດ ອານິສ ມັດຕາ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ,ສະໜິດສະໜົມໃນຄັ້ງນີ້ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີລະຫວ່າງ ອິນໂດເນເຊຍ ແລະ ສປປ ລາວ ໃນໄລຍະຜ່ານມາ. ພ້ອມນີ້, ໄດ້ລາຍງານໂດຍຫຍໍ້ກ່ຽວກັບຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການໃຫ້ທ່ານຮອງະທານສູນກາງແນວລາວສ້າງຊາດໄດ້ຮັບຊາບຕື່ມອີກ.
ຂ່າວ-ພາບ: ສຸກສໍາລານ
ບກ: ຈິດຕະພົງ