ກອງປະຊຸມປຶກສາຫາລືວຽກງານຂອງ ອະນຸກຳມະການປ້ອງກັນ ແລະ ຮັກສາສຸຂະພາບ ສນຊ

ວັນທີ 21 ເມສາ 2026 ທີ່ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຂອງ ອະນຸກຳມະການປ້ອງກັນ ແລະ ຮັກສາສຸຂະພາບ ສນຊ ໂດຍການເປັນປະທານຂອງ ທ່ານ ນາງ ສີພະຈັນ ນັນທະວົງສາ, ຄະນະປະຈຳພັກ, ຮອງປະທານ ສນຊ, ຫົວໜ້າ ອະນຸກຳມະການປ້ອງກັນ ແລະ ຮັກສາສຸຂະພາບ ສນຊ; ມີບັນດາທ່ານ ໃນອະນຸກຳມະການປ້ອງກັນ ແລະ ຮັກສາສຸຂະພາບ; ຜູ້ຕາງໜ້າ ກອງບັນຊາການ ປກສ ນະຄອນຫຼວງ; ຜູ້ຕາງໜ້າ ກົມປິ່ນປົວ ກະຊວງສາທາລະນະສຸກ ແລະ ຜູ້ຕາງໜ້າ ກົມເສນາ ກະຊວງ ປກສ.
ຈຸດປະສົງຂອງການປຶກສາຫາລື ແມ່ນເພື່ອ: ເພື່ອກວດກາຄືນຄວາມພ້ອມດ້ານຕ່າງໆ ຂອງວຽກງານປ້ອງກັນ ແລະ ຮັກສາສຸຂະພາບ; ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນດຳເນີນງານຂອງ ອະນຸກຳມະການ ຫົວໜ໊າໜ່ວຍງານ ປ້ອງກັນ ແລະ ໜ່ວຍງານຮັກສາສຸຂະພາບ
ທ່ານຮອງປະທານ ມີຄຳເຫັນຊົມເຊີຍຕໍ່ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນໃນອານຸກຳມະການໄດ້ສ້າງແຜນການ ໄດ້ປະສານສົມທົບກັບ 2 ພາກສ່ວນ ແລະ ໄດ້ໃຫ້ຄຳແນະນຳ ໂດຍແນໃສ່ວຽກງານການເມືອງ-ແນວຄິດ: ເປັນເຫດການສຳຄັນຂອງພັກຂອງຊາດ, ຜູ້ແທນ ລ້ວນແຕ່ເປັນການນຳຂັ້ນສູງຂອງພັກ-ລັດ, ອະດີດການນຳ ຂັ້ນສູງ. ໃນການກະກຽມຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດຄັ້ງທີ XII ໃຫ້ໄດ້ຮັບຜົນສຳເລັດ.
ບກ: ໄພຈິດ
ພາບ+ຂ່າວ: ຂິດ