ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ຈະຈັດຂຶ້ນ ໃນລະຫວ່າງວັນທີ 28-29 ເມສາ 2026

ທ່ານ ລາວປາວຊົງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ (ສນຊ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ທີ່ຈະໄຂຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 28-29 ເມສາ 2026 ນີ້, ໂດຍມີຜູ້ຕາງໜ້າຈາກ 6 ອະນຸກຳມະການ ທີ່ກ່ຽວຂ້ອງເຂົ້າຮ່ວມ ທີ່ສູນກາງແນວລາວສ້າງຊາດ 23 ເມສາ 2026;
ທ່ານຮອງປະທານ ສນຊ ໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງນີ້ ເປັນເຫດການການເມືອງທີ່ມີຄວາມໝາຍສໍາຄັນຍິ່ງ ເພາະຈະໄດ້ທົບທວນຄືນໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິ XI ຂອງແນວລາວສ້າງຊາດ ຕະຫຼອດໄລຍະ 05 ປີ (2021-2025) ຜ່ານມາ ແລະ ວາງທິດທາງຍຸດທະສາດໃໝ່ ໃນການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະ ກໍຄືການເຕົ້າໂຮມບັນດາຊັ້ນຄົນ, ຊົນເຜົ່າ, ສາສະໜາ ກໍຄື ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ໃຫ້ເປັນພະລັງແຮງສັງລວມໃນການພັດທະນາປະເທດຊາດ; ໂດຍມີຄາດໝາຍ ເຊື້ອເຊີນແຂກ ແລະຜູ້ແທນສົມບູນເຂົ້າຮ່ວມ ຈຳນວນ 600 ກວ່າທ່ານ ທັງພາຍໃນ ແລະ ຕ່າງປະເທດ; ປັດຈຸບັນ, ການກະກຽມຮອບດ້ານແມ່ນມີຄວາມພ້ອມສູງ ເປັນຕົ້ນແມ່ນ:
• ດ້ານເນື້ອໃນ: ໄດ້ສໍາເລັດການຮ່າງບົດລາຍງານການເມືອງທັງສອງພາກ, ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາ ສະໄໝທີ XI, ທິດທາງແຜນການໃນຕໍ່ໜ້າ ແລະ ໄດ້ປັບປຸງຮ່າງກົດລະບຽບ ສນຊ ສະໄໝທີ XII ໃຫ້ສົມບູນແບບ;
• ດ້ານບຸກຄະລາກອນ: ແມ່ນໄດ້ມີການກະກຽມ, ປະເມີນ, ທາບທາມ ແລະ ຄັດເລືອກ ຜູ້ມີເງື່ອນໄຂ, ມາດຕະຖານຄົບຖ້ວນ ເປັນຜູ້ທີ່ມີຄວາມສາມາດເຕົ້າໂຮມຄວາມສາມັກຄີບັນດາ ຊັ້ນຄົນຕ່າງໆ ປະກອບເຂົ້າເປັນຄະນະກຳມະການສູນກາງແນວລາວສ້າງຊາດຊຸດໃໝ່;
• ດ້ານຂະບວນການ: ແມ່ນໄດ້ມີແຈ້ງການໃຫ້ແນວລາວສ້າງຊາດ ຂັ້ນຕ່າງໆ ຈັດກິດຈະກຳແຂ່ງຂັນກິລາ, ການວາງສະແດງຜົນງານ ແລະ ຂະບວນການ “ຮັກຊາດ ແລະ ພັດທະນາ” ຢ່າງຟົດຟື້ນທົ່ວປະເທດ;
ໃນຕອນທ້າຍ, ທ່ານ ຮອງປະທານ ໄດ້ເຊີນຊວນພໍ່ແມ່ພີ່ນ້ອງຊັ້ນຄົນຕ່າງໆ, ພະນັກງານ, ທະຫານ, ຕໍາຫຼວດ ໃຫ້ຕິດຕາມຮັບຊົມການຖ່າຍທອດສົດ ຜ່ານທາງຊ່ອງໂທລະພາບ, ຮັບຟັງຜ່ານທາງ ວິທະຍຸກະຈາຍສຽງແຫ່ງຊາດ ແລະ ຂ່າວສານ ຂອງກອງປະຊຸມໃຫຍ່ ເພື່ອຮ່ວມກັນຢືນຢັນເຖິງຄວາມເປັນປຶກແຜ່ນແໜ້ນໜາ ຂອງຊາດລາວເຮົາ.
ບກ: ອຸດອນ
ຂ່າວ: ພ.ພຽງ