ຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດມະຕິ ຄັ້ງທີ XI ແລະ ວາງຄຳຂວັນສູ່ຄຸນນະພາບໃໝ່

ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ ພວມຜັນຂະຫຍາຍມະຕິ XII ຂອງພັກ, ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ກ່າວເນັ້ນໜັກວ່າ: ໃນໄລຍະ 5 ປີຜ່ານມາ, ແນວລາວສ້າງຊາດ ໄດ້ສ້າງການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ຈາກອົງການບໍລິຫານ ໄປສູ່ ການມີສ່ວນຮ່ວມຂອງສັງຄົມຢ່າງກວ້າງຂວາງ; ພົ້ນເດັ່ນແມ່ນການວາງຄຳຂວັນ “4 ເສີມສ້າງ” (ເສີມສ້າງຄວາມສາມັກຄີ, ຄຸນງາມຄວາມດີ, ຄຸນວຸດທິ ແລະ ຄຸນນະທຳ) ເພື່ອເປັນເຂັມທິດໃນການເຄື່ອນ ໄຫວວຽກງານແນວໂຮມໃນໄລຍະໃໝ່; ເຖິງວ່າຈະຜ່ານຜ່າສິ່ງທ້າທາຍຈາກວິກິດການເສດ ຖະກິດ, ໄພທຳມະຊາດ ແລະ ການລະບາດຂອງພະຍາດໂຄວິດ-19, ແຕ່ແນວລາວສ້າງຊາດ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ດັ່ງນີ້: ການເສີມສ້າງມະຫາສາມັກຄີ ສາມາດສ້າງຄອບຄົວສາມັກຄີປອງດອງໄດ້ 9 ແສນກວ່າ ຄອບຄົວ (66.83%), ບ້ານສາມັກຄີປອງດອງໄດ້ 6 ພັນກວ່າບ້ານ (73.91%) ແລະ ປະກາດຮັບຮອງການປະຕິບັດຂະບວນການ ເປັນເມືອງສາມັກຄີປອງດອງ ໄດ້ 107 ເມືອງ ໃນທົ່ວປະເທດ; ວຽກງານສາສະໜາ ແລະ ຊັ້ນຄົນ ໄດ້ເສີມສ້າງຄວາມປອງດອງ ລະຫວ່າງ ສາສະໜາຕ່າງໆ ແລະ ປຸກລະດົມທຸກຊັ້ນຄົນ, ລວມທັງພີ່ນ້ອງຄົນລາວຢູ່ຕ່າງປະເທດ ພາຍໃຕ້ຄຳຂວັນ “ຮັກບ້ານເກີດ” ເພື່ອຮ່ວມກັນພັດທະນາປະເທດຊາດ ກໍຄື ການຮ່ວມກັນສ້າງພື້ນຖານໂຄງລ່າງ, ຫົນທາງເຂົ້າບ້ານ, ໂຮງຮຽນ, ຫໍສະໝຸດ, ນໍ້າລິນ, ນໍ້າສະອາດ… ໄດ້ລະດົມທຶນຊ່ວຍເຫຼືອສັງຄົມ ແລະ ຜູ້ປະສົບໄພບິບັດຕ່າງໆໄດ້ 58 ຕື້ກວ່າກີບ, ພ້ອມທັງສ້າງຕັ້ງກອງທຶນສາມັກຄີ ແລະ ພັດທະນາ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ;
ສຳລັບທິດທາງໃນຕໍ່ໜ້າ ໄລຍະປີ 2026-2030, ກອງປະຊຸມໃຫຍ່ ຄັ້ງທີ XII ໄດ້ກຳນົດທິດທາງລວມ ພາຍໃຕ້ຄຳຂວັນ: “ຍົກສູງບົດບາດຂອງແນວລາວສ້າງຊາດ ສູ່ຄຸນນະພາບໃໝ່, ເສີມສ້າງມະຫາສາມັກຄີ ແລະ ເຕົ້າໂຮມກໍາລັງແຮງສັງລວມ ຂອງທົ່ວປວງຊົນລາວທັງຊາດ ເຂົ້າໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ”;
ທ່ານຮອງປະທານ ສນຊ ໄດ້ກ່າວຕື່ມກ່ຽວກັບບົດຮຽນທີ່ຖອດຖອນໄດ້ ວ່າ: ວຽກງານແນວໂຮມຍັງແມ່ນປັດໄຈຕັດສິນ ຂອງການປະຕິວັດໃນທຸກຍຸກທຸກສະໄໝ; ໃນໄລຍະໃໝ່, ບຸກຄະລາກອນ ຂອງແນວລາວສ້າງຊາດ ຕ້ອງບຸກທະລຸດ້ານຈິນຕະນາການ, ເພີ່ມທະວີຄວາມຮັບຜິດຊອບທາງການເມືອງ ແລະ ຫັນເປັນທັນສະໄໝ ເພື່ອເຮັດໃຫ້ອົງການແນວລາວສ້າງຊາດ ເປັນສັນຍາລັກ ແລະ ເປັນສູນກາງເຕົ້າໂຮມກຳລັງແຮງສັງລວມຢ່າງແທ້ຈິງ, ແນໃສ່ ຈັດຕັ້ງຜັນຂະຫຍາຍ ມະຕິ XII ຂອງພັກ, ຂອງແນວລາວສ້າງຊາດ ແລະ ແຜນພັດທະນາເສດຖະກິດແຫ່ງຊາດ ເຮັດໃຫ້ປະເທດຊາດມີສະຖຽນລະພາບ, ເສດຖະກິດເຂັ້ມແຂງ ແລະ ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ຢ່າງຍືນຍົງ.