
ໃນວາລະກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ທີ່ໄຂຂຶ້ນຢ່າງສົມກຽດ ໃນວັນທີ 28 ເມສາ 2026, ທ່ານ ລາວປາວຊົງ ນະວົງໄຊ, ກຳມະການສູນກາງພັກ, ຮອງປະທານ ຜູ້ປະຈຳການສູນກາງແນວລາວສ້າງຊາດ (ສນຊ) ໄດ້ຂຶ້ນສະເໜີ ແຜນພັດທະນາອົງການແນວລາວສ້າງຊາດ 5 ປີ (2026-2030) ຊຶ່ງເປັນແຜນຍຸດທະສາດສຳຄັນໃນການຫັນປ່ຽນວຽກງານແນວໂຮມໃຫ້ກ້າວສູ່ຄຸນນະພາບໃໝ່;
ທ່ານຮອງປະທານ ສນຊ ໄດ້ຍົກໃຫ້ເຫັນວ່າ: ໄລຍະ 5 ປີຜ່ານມາ (2021-2025) ແນວລາວສ້າງຊາດ ໄດ້ຈັດຕັ້ງປະຕິບັດ 5 ແຜນງານ ແລະ 41 ໂຄງການ ໄດ້ຮັບຜົນສຳເລັດເປັນຢ່າງດີ ຄື: ສາມາດຈັດຕັ້ງປະຕິບັດໄດ້ 34 ໂຄງການ (ເທົ່າກັບ 82,92%) ຂອງແຜນການ, ໂດຍນຳໃຊ້ງົບປະມານທັງໝົດ 62 ຕື້ກວ່າກີບ; ຜົນງານພົ້ນເດັ່ນ ຄືການສ້າງຄວາມສາມັກຄີປອງດອງບັນດາເຜົ່າ, ຊັ້ນຄົນ, ການສົ່ງເສີມຮີດຄອງປະເພນີ ຂອງຊາດ, ຂອງເຜົ່າ, ການປົກປັກຮັກສາພິທີກຳທາງສາສະໜາ, ປັບປຸງນິຕິກຳ, ການປະຕິບັດການທູດປະຊາຊົນ ແລະ ການຮ່ວມມືກັບສາກົນ ໂດຍສະເພາະກັບ ຫວຽດນາມ, ກຳປູເຈຍ ແລະ ຈີນ ທີ່ມີຄວາມແໜ້ນແຟ້ນຍິ່ງຂຶ້ນ; ສ່ວນບົດຮຽນທີ່ຖອດຖອນໄດ້ ແມ່ນການກຳແໜ້ນແນວທາງຂອງພັກ, ຄວາມຮັບຜິດຊອບສູງຂອງພະນັກງານ ແລະ ການຮູ້ຈັກນຳໃຊ້ທ່າແຮງຈາກທຸກພາກສ່ວນໃນສັງຄົມ ໃນການດຶງດູດກໍາລັງແຮງດ້ານແຫຼ່ງທຶນ ແລະ ສະຕິປັນຍາ;
ສຳລັບແຜນພັດທະນາໃນໄລຍະ 5 ປີຕໍ່ໜ້າ (2026-2030), ທ່ານຮອງປະທານ ໄດ້ເນັ້ນໜັກເຖິງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ຄັ້ງທີ X ໃຫ້ປະກົດຜົນເປັນຈິງ ໂດຍປະກອບມີ 6 ແຜນງານ ແລະ 62 ໂຄງການ ຄື:
1. ແຜນງານເຕົ້າໂຮມ ແລະ ເສີມສ້າງຄວາມສາມັກຄີປອງດອງທົ່ວປວງຊົນລາວ: ເນັ້ນການຄົ້ນ ຄວ້າວິທະຍາສາດ, ອະນຸລັກວັດທະນະທຳບັນດາເຜົ່າ ແລະ ພົວພັນກັບຄົນລາວຢູ່ຕ່າງປະເທດ;
2. ແຜນງານເຕົ້າໂຮມ ແລະ ເສີມສ້າງຄຸນງາມຄວາມດີ: ປຸກລະດົມຈິດສຳນຶກຮັກບ້ານເກີດ ແລະ ສ້າງກິດຈະກຳທີ່ເປັນປະໂຫຍດໃຫ້ແກ່ສັງຄົມ;
3. ແຜນງານເຕົ້າໂຮມ ແລະ ເສີມສ້າງຄຸນວຸດທິ: ພັດທະນາຫຼັກສູດ ບົດບາດຂອງຊັ້ນຄົນ ແລະ ສ້າງຕັ້ງສະມາຄົມຊາວກະສິກອນລາວ;
4. ແຜນງານເຕົ້າໂຮມ ແລະ ເສີມສ້າງຄຸນນະທຳ: ສົ່ງເສີມຈະລິຍະທຳ, ຄ່ານິຍົມທີ່ຖືກຕ້ອງ ແລະ ພັດທະນາວຽກງານສາສະໜາ;
5. ແຜນງານສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດແຕ່ລະຂັ້ນ: ປັບປຸງກົດໝາຍ, ກົງຈັກການຈັດຕັ້ງ, ບຳລຸງພະນັກງານ ແລະ ຫັນເປັນທັນສະໄໝ;
6. ແຜນງານຮ່ວມມືກັບອົງການພາຄີ ແລະ ສາກົນ: ຮັດແໜ້ນສາຍພົວພັນກັບແນວໂຮມປະເທດເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນ;
ເພື່ອໃຫ້ບັນລຸຄາດໝາຍທີ່ວາງໄວ້, ທ່ານຮອງປະທານ ສນຊ ໄດ້ສະເໜີມາດຕະການທີ່ສຳຄັນ ເປັນຕົ້ນແມ່ນ: ການຫັນແຜນພັດທະນາເປັນແຜນການລະອຽດ ຂອງແຕ່ລະກົມ ແລະ ທ້ອງຖິ່ນ, ການສ້າງຄວາມເຂັ້ມແຂງໃນການຂຽນບົດສະເໜີໂຄງການ ເພື່ອຍາດແຍ່ງງົບປະມານຈາກລັດ, ປຸກລະດົມຈາກພາກສ່ວນເສດຖະກິດ ແລະ ການປະຕິບັດນະໂຍບາຍ “ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ໂດຍການສ້າງລາຍຮັບວິຊາການທີ່ຖືກຕ້ອງຕາມກົດໝາຍ;ໃນຕອນທ້າຍ, ທ່ານ ຮອງປະທານໄດ້ຮຽກຮ້ອງໃຫ້ ຄະນະກໍາມະການ, ຄະນະພັກ, ຄະນະນຳ ແລະ ພະນັກງານແນວລາວສ້າງຊາດ ທຸກຂັ້ນ ຈົ່ງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ເປັນເຈົ້າການໃນການປະສານສົມທົບກັບອົງການພາຄີ, ອົງການຈັດຕັ້ງ ພັກ-ລັດ ເພື່ອຮ່ວມກັນຈັດຕັ້ງປະຕິບັດແຜນພັດທະນາຄັ້ງນີ້ ໃຫ້ມີໝາກຜົນຕົວຈິງ, ມຸ່ງໄປສູ່ການສ້າງສາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງ, ສັງຄົມມີຄວາມຍຸຕິທຳ ແລະ ສີວິໄລ.


