ແນວລາວສ້າງຊາດ ປັບປຸງກົດລະບຽບ ສະໄໝທີ XII ເພື່ອເພີ່ມທະວີຄວາມສາມັກຄີ ແລະ ປັບປຸງກົງຈັກໃຫ້ເຂັ້ມແຂງ

ໃນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII, ທ່ານ ນາງ ສີພະ ຈັນ ນັນທະວົງສາ ຮອງປະທານ ສນຊ ທັງເປັນປະທານກວດກາ ສນຊ ໄດ້ນຳສະເໜີຮ່າງການປັບປຸງກົດລະບຽບ ເພື່ອເປັນບ່ອນອີງທີ່ສໍາຄັນໃນການຍົກສູງບົດບາດ ຂອງແນວແນວລາວສ້າງຊາດ ໃຫ້ສອດຄ່ອງກັບສະພາບການພັດທະນາປະເທດຊາດ ໃນໄລຍະໃໝ່;
ການປັບປຸງກົດລະບຽບຄັ້ງນີ້ ແມ່ນເພື່ອເຮັດໃຫ້ອົງການແນວລາວສ້າງຊາດ ເປັນ “ຄັນທຸງ” ທີ່ເຂັ້ມແຂງໃນການເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ແລະ ພີ່ນ້ອງຄົນລາວທີ່ອາໄສຢູ່ຕ່າງປະເທດ; ສິ່ງສຳຄັນແມ່ນເພື່ອໃຫ້ສອດຄ່ອງກັບ ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງ ປີ 2025 ແລະ ມະຕິຕ່າງໆ ຂອງພັກ-ລັດ ທີ່ໄດ້ກຳນົດຄືນກ່ຽວກັບການຈັດຕັ້ງບໍລິຫານຂັ້ນທ້ອງຖິ່ນ (ເຊັ່ນ: ການສ້າງຕັ້ງຕາແສງ);
ເນື້ອໃນສຳຄັນທີ່ໄດ້ປັບປຸງຮ່າງກົດລະບຽບໃໝ່ ປະກອບມີ 12 ໝວດ 59 ມາດຕາ, ໂດຍປະກອບມີ ດັ່ງນີ້:
1. ການປັບປຸງບຸກຄະລາກອນ: ກຳນົດໃຫ້ຫຼີກລ່ຽງການເອົາເຈົ້າໜ້າທີ່ລັດ ທີ່ໃຊ້ສິດອຳນາດໂດຍກົງ (ເຊັ່ນ: ຕຳຫຼວດ, ສານ, ອາຍະການ, ພາສີ) ມາເປັນກຳມະການ ສນຊ ເພື່ອຮັບປະກັນບົດບາດການເປັນຕົວແທນ ໃຫ້ແກ່ປະຊາຊົນຢ່າງແທ້ຈິງ;
2. ການຈັດຕັ້ງຮາກຖານ: ປ່ຽນຄຳສັບຈາກ “ແນວລາວສ້າງຊາດບ້ານ” ມາເປັນ “ແນວລາວສ້າງຊາດຮາກຖານ” ແລະ ກຳນົດໂຄງປະກອບກົງຈັກແຕ່ລະຂັ້ນໃຫ້ຈະແຈ້ງ;
3. ເນື້ອໃນການເຄື່ອນໄຫວໃໝ່: ເພີ່ມໝວດໃໝ່ (ໝວດທີ V) ທີ່ເນັ້ນໃສ່ “4 ການຫັນ ປ່ຽນ, 4 ຮ່ວມ ແລະ 4 ເສີມສ້າງ” ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານແນວໂຮມ;
4. ການສົ່ງເສີມລາຍຮັບ: ເພີ່ມເນື້ອໃນກ່ຽວກັບການຊອກແຫ່ຼງລາຍຮັບ ທີ່ຖືກຕ້ອງຕາມກົດໝາຍ ເພື່ອຮັບໃຊ້ກິດຈະກຳ ຂອງອົງການແນວລາວສ້າງຊາດ;
ສຳລັບທິດທາງຕໍ່ໜ້າ ກົດລະບຽບສະບັບປັບປຸງໃໝ່ນີ້ ຈະເປັນບ່ອນອີງພື້ນຖານໃຫ້ແກ່ການເຄື່ອນໄຫວ ຂອງຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນ ເພື່ອແນໃສ່ສ້າງຄວາມສາມັກຄີເປັນປຶກແຜ່ນ ແລະ ປຸກລະດົມກຳລັງແຮງທົ່ວສັງຄົມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ໃຫ້ກ້າວຂຶ້ນຕາມທິດສັງຄົມນິຍົມຢ່າງໝັ້ນຄົງ.