ສູນກາງຊາວໜຸ່ມ ຢືນຢັນຄວາມເປັນເອກະພາບໃນເນື້ອໃນ “4 ຮ່ວມ” ຕໍ່ກອງປະຊຸມໃຫຍ່ແນວລາວສ້າງຊາດ ຄັ້ງທີ XII

ວັນທີ 28 ເມສາ 2026, ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຂຶ້ນປະກອບຄຳເຫັນໃນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII, ໃນຫົວຂໍ້ “ການຈັດຕັ້ງປະ ຕິບັດເນື້ອໃນ 4 ຮ່ວມ ລະຫວ່າງ ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການ ຈັດຕັ້ງມະຫາຊົນຂອງພັກ” ໂດຍມີເນື້ອໃນສຳຄັນດັ່ງນີ້:
ຜົນສຳເລັດການຈັດຕັ້ງປະຕິບັດ “4 ຮ່ວມ” ໃນ 5 ປີຜ່ານມາ: ໂດຍໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງອົງການພາຄີ ທີ່ໄດ້ຫັນເອົາພະລັງແຮງສັງລວມເຂົ້າໃນການປັບປຸງຮາກຖານການເມືອງ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ. ຜົນສຳເລັດທີ່ພົ້ນເດັ່ນລວມມີ: ຮ່ວມສຶກສາອົບຮົມ: ສ້າງຄວາມເປັນເອກະພາບດ້ານແນວຄິດໃນທົ່ວສັງຄົມ, ຮ່ວມຕິດຕາມກວດກາ: ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນຕາມລະບຽບກົດໝາຍ, ຮ່ວມສ້າງຂະບວນການ: ຈັດກິດ ຈະກຳຕົວຈິງ ເຊັ່ນ: ກິລາ, ການກຸສົນ ແລະ ການລົງໃກ້ຊິດຕິດແທດຮາກຖານ ແລະ ຮ່ວມສ້າງລາຍຮັບ: ສ້າງຕັ້ງຫ້ອງການປະສານງານ 3 ອົງການຈັດຕັ້ງມະຫາຊົນ ຢູ່ເຂດເສດຖະກິດພິເສດສາມ ຫຼຽມຄຳ ເພື່ອສ້າງຄວາມເຂັ້ມແຂງໃຫ້ຮາກຖານ;
ບົດບາດຂອງຊາວໜຸ່ມຕໍ່ເສດຖະກິດເອກະລາດ: ສູນກາງຊາວໜຸ່ມ ໄດ້ສຸມໃສ່ການສ້າງ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ)” ໂດຍຫັນຈາກການໂຄສະນາມາເປັນການສ້າງອາຊີບ ແລະ ວຽກເຮັດງານທຳຕົວຈິງ ເພື່ອແກ້ໄຂບັນຫາແຮງງານເຄື່ອນຍ້າຍ ແລະ ຍົກລະດັບຊາວໜຸ່ມ ໃຫ້ກາຍເປັນກຳລັງການຜະລິດທີ່ທັນສະໄໝ;
ສຳລັບທິດທາງຈຸດສຸມໃນຕໍ່ໜ້າ ເພື່ອຍົກສູງບົດບາດຂອງອົງການພາຄີ, ສະຫາຍໄດ້ສະ ເໜີ 4 ທິດທາງຄື:
1. ເພີ່ມທະວີການສຶກສາອົບຮົມ: ຫັນລົງສູ່ຮາກຖານຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ໃຫ້ເຂົ້າເຖິງກຸ່ມເປົ້າໝາຍຢ່າງກວ້າງຂວາງ;
2. ຍຸດທະສາດການສ້າງຄົນ: ພັດທະນາສີມືແຮງງານທີ່ມີວິໄນ ແລະ ຍົກລະດັບຂີດຄວາມສາມາດໃຫ້ແທດທັນກັບຍຸກສະໃໝ;
3. ຫັນເປັນດີຈີຕອນ: ເຊື່ອມຈອດຂໍ້ມູນຊາວໜຸ່ມກັບຕະຫຼາດແຮງງານ ແລະ ນຳໃຊ້ເຕັກໂນໂລຊີເຂົ້າໃນວຽກງານສື່ມວນຊົນ ໃຫ້ກວ້າງຂວາງ;
4. ສ້າງໂຄງການຈຸດສຸມຮ່ວມກັນ: ເຊັ່ນ ໂຄງການເສດຖະກິດຄອບຄົວ, ສິ່ງແວດລ້ອມສີ ຂຽວ ແລະ ການແກ້ໄຂສະພາບການຫຍໍ້ທໍ້ ໃນກຸ່ມໄວໜຸ່ມ;
ໃນຕອນທ້າຍ, ສະຫາຍ ທອງລີ ສີສຸລິດ ໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະສືບຕໍ່ເປັນກຳລັງແຮງທີ່ຫ້າວຫັນ ແລະ ເປັນຄູ່ຮ່ວມງານທີ່ຊື່ສັດບໍລິສຸດ ເພື່ອຮ່ວມກັບ ແນວລາວສ້າງຊາດ ແລະ ອົງການພາຄີ ສ້າງຂະບວນການ “4 ຮ່ວມ” ໃຫ້ມີຜົນສຳເລັດໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ.