ວັນທີ 28 ເມສາ 2026, ໃນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII, ທ່ານ ປອ ເຂິງຄຳ ແກ້ວໜູຈັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຂຶ້ນປະກອບຄຳເຫັນໃນຫົວຂໍ້ “ການຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານຕໍ່ວຽກງານຊົນເຜົ່າ ແລະ ສາສະໜາ” ໂດຍໄດ້ກ່າວເຖິງການປັບປຸງກົນໄກການຄຸ້ມຄອງ ທີ່ສຳຄັນຂອງລັດຖະບານ ເຊິ່ງມີບາງເນື້ອໃນ ວ່າ: ເພື່ອຍົກສູງບົດບາດການຊີ້ນຳ-ນຳພາ, ວຽກງານຊົນເຜົ່າ ແລະ ສາສະໜາ ໄດ້ຖືກໂອນຍ້າຍຈາກກະຊວງພາຍໃນ ມາສັງກັດຢູ່ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ນັບແຕ່ໄຕມາດທີ 3 ຂອງປີ 2025 ເປັນຕົ້ນມາ, ສ່ວນຢູ່ຂັ້ນທ້ອງຖິ່ນ ແມ່ນສັງກັດຢູ່ຫ້ອງວ່າການປົກຄອງແຂວງ ແລະ ນະຄອນຫຼວງ, ນະໂຍບາຍຫຼັກຂອງລັດຖະບານ ດ້ານຊົນເຜົ່າ: ລັດຖະບານຖືວ່າທຸກຊົນເຜົ່າແມ່ນວົງຄະນາຍາດດຽວກັນ, ມີສິດສະເໝີພາບຕໍ່ໜ້າກົດໝາຍ. ເນັ້ນການປົກປັກຮັກສາຮີດຄອງປະເພນີ, ແກ້ໄຂຄວາມແຕກໂຕນດ້ານການພັດທະນາ ແລະ ຫ້າມທຸກການກະທຳທີ່ເປັນການແບ່ງແຍກຊົນເຜົ່າ; ດ້ານສາສະໜາ: ລັດເຄົາລົບສິດ ແລະ ເສລີ ພາບໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາ, ແຕ່ການເຄື່ອນໄຫວຕ່າງໆ ຕ້ອງຖືກຕ້ອງຕາມກົດໝາຍ ແລະ ຫຼັກທຳຄຳສັ່ງ ສອນ, ຫ້າມການບັງຄັບ ຫຼື ຊື້ຈ້າງໃຫ້ເຊື່ອຖືສາສະໜາ;
ສຳລັບສິ່ງທ້າທາຍທີ່ຕ້ອງແກ້ໄຂ: ບົດປະກອບຄຳເຫັນໄດ້ຊີ້ໃຫ້ເຫັນຂໍ້ຄົງຄ້າງ ຈຳນວນໜຶ່ງ ເຊັ່ນ: ການເຜີຍແຜ່ນິ ຕິກຳໃນເຂດຫ່າງໄກສອກຫຼີກຍັງບໍ່ທັນທົ່ວເຖິງ, ການຕິດຕາມການເຄື່ອນໄຫວສາສະໜາ ໃນບາງກໍລະນີຍັງມີຊ່ອງຫວ່າງ ໃຫ້ກຸ່ມຄົນບໍ່ຫວັງດີສວຍໃຊ້ ແລະ ກົນໄກປະສານງານ ລະຫວ່າງ ສູນກາງ-ທ້ອງຖິ່ນ ຍັງທັບຊ້ອນກັນ; ເພື່ອຍູ້ແຮງວຽກງານດັ່ງກ່າວ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈະສຸມໃສ່ 6 ແຜນວຽກຈຸດສຸມໃນຕໍ່ໜ້າ ຄື:
1. ປັບປຸງກົນໄກປະສານງານ: ລະຫວ່າງຂະແໜງການສູນກາງ ແລະ ທ້ອງຖິ່ນໃຫ້ວ່ອງໄວ;
2. ປັບປຸງດຳລັດ: ແກ້ໄຂດຳລັດວ່າດ້ວຍວຽກງານຊົນເຜົ່າ ແລະ ສາສະໜາ ໃຫ້ແທດເໝາະກັບຕົວຈິງ;
3. ວາງຍຸດທະສາດໄລຍະຍາວ: ກະກຽມແຜນຍຸດທະສາດພັດທະນາວຽກງານຊົນເຜົ່າ (2026-2036) ແລະ ວິໄສທັດຮອດປີ 2055;
4. ສະຫຼຸບວຽກງານ 5 ປີ: ກະກຽມແຜນຈຸດສຸມ 2026-2030;
5. ເປັນເຈົ້າພາບກອງປະຊຸມໃຫຍ່: ກະກຽມຈັດກອງປະຊຸມອົງການພຸດທະສາສະໜາ 3 ປະເທດ (ລາວ, ຫວຽດນາມ, ກຳປູເຈຍ) ໃນປີ 2027;
6. ຮ່ວມມືສາກົນ: ເພີ່ມທະວີການແລກປ່ຽນບົດຮຽນກັບຕ່າງປະເທດ ແລະ ອົງການຈັດຕັ້ງຕ່າງໆ;
ໃນຕອນທ້າຍ, ທ່ານ ປອ ເຂິງຄຳ ແກ້ວໜູຈັນ ໄດ້ຢືນຢັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການເຮັດໃຫ້ວຽກງານຊົນເຜົ່າ ແລະ ສາສະໜາ ເປັນກຳລັງແຮງອັນສຳຄັນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມສະຫງົບ ແລະ ສາມັກຄີປອງດອງ.



