ຍົກສູງວຽກງານສາມັກຄີປອງດອງ ປະກາດສ້າງບ້ານສາມັກຄີໄດ້ແລ້ວ 707 ບ້ານ

ໃນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII, ວັນທີ 28 ເມສາ 2026, ທ່ານ ຕົງລີເຕັງ, ປະທານແນວລາວສ້າງຊາດແຂວງຫົວພັນ ໄດ້ຂຶ້ນປະກອບຄຳເຫັນໃນຫົວຂໍ້: “ຕົວແບບໃນການເຕົ້າ ໂຮມຄວາມສາມັກຄີປອງດອງ ພາຍໃນແຂວງຫົວພັນ”, ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນໃນການສ້າງຄວາມເປັນປຶກແຜ່ນຂອງປະຊາຊົນ 9 ຊົນເຜົ່າໃນທົ່ວແຂວງ ເນື້ອໃນບາງຕອນທ່ານໄດ້ກ່າວວ່າ: ຜົນສຳເລັດທີ່ພົ້ນເດັ່ນ ແຂວງຫົວພັນໄດ້ຖືເອົາການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເປັນວຽກງານໃຈກາງ ໂດຍຜ່ານ 5 ບາດກ້າວການຈັດຕັ້ງປະຕິບັດຢ່າງເປັນລະບົບ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດຍາດໄດ້ຜົນງານ ດັ່ງນີ້: ປະກາດເປັນຄອບຄົວສາມັກຄີປອງດອງ 50,792 ຄອບຄົວ, ປະກາດເປັນບ້ານສາມັກຄີປອງດອງ 707 ບ້ານ (ຈາກທັງໝົດ 724 ບ້ານ) ແລະ ເມືອງຕົວແບບ ມີ 3 ເມືອງທີ່ສາມາດສ້າງບ້ານສາມັກຄີປອງດອງໄດ້ 100% ຄື: ເມືອງຫົວເມືອງ, ເມືອງສົບເບົາ ແລະ ເມືອງຮ້ຽມ;
ເຖິງແມ່ນວ່າຈະມີຜົນສຳເລັດໃນຫຼາຍດ້ານ, ແຕ່ທ່ານປະທານແນວລາວສ້າງຊາດແຂວງ ຍັງໄດ້ຍົກໃຫ້ເຫັນບາງບົດຮຽນ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງ ຈຳນວນໜຶ່ງ ເປັນຕົ້ນແມ່ນ: ການປຸກລະດົມຂົນຂວາຍປະຊາຊົນຍັງບໍ່ທັນຕໍ່ເນື່ອງ ແລະ ທົ່ວເຖິງໃນບາງເຂດຫ່າງໄກສອກຫຼີກ, ງົບປະມານ ແລະ ພາຫະນະຮັບໃຊ້ວຽກງານລົງຮາກຖານຍັງມີຈຳກັດ ແລະ ປະຊາຊົນບາງສ່ວນຍັງຍຶດຖືຮີດຄອງແບບດັ່ງເດີມທີ່ງົມງວາຍ ເຊິ່ງສົ່ງຜົນກະທົບຕໍ່ການພັດທະນາ;
ສຳລັບທິດທາງໃນຕໍ່ໜ້າ ເພື່ອສືບຕໍ່ຮັກສາຄວາມສາມັກຄີໃຫ້ໝັ້ນຄົງ, ແນວລາວສ້າງຊາດແຂວງຫົວພັນ ໄດ້ວາງທິດທາງເຊິ່ງຈະເນັ້ນໃສ່: ວຽກງານສຶກສາອົບຮົມການເມືອງ-ແນວຄິດ ຖືເປັນກົກໃນການເຕົ້າໂຮມຄວາມສາມັກຄີ ແລະ ສ້າງຄວາມສະເໝີພາບ ລະຫວ່າງບັນດາເຜົ່າ; ຫັນລົງຮາກຖານຢ່າງໃກ້ຊິດ ເພື່ອສະກັດກັ້ນແນວຄິດຈຳແນກຊົນເຜົ່າ ແລະ ຄວາມຂັດແຍ່ງຕ່າງໆ ແລະ ການຮັກສານາມມະຍົດ: ຊຸກຍູ້ບ້ານທີ່ໄດ້ຮັບນາມມະຍົດແລ້ວ ໃຫ້ຮັກສາມູນເຊື້ອໄວ້ຢ່າງຍືນຍົງ ແລະ ສຸມໃສ່ບ້ານທີ່ຍັງບໍ່ທັນບັນລຸໃຫ້ໄດ້ຕາມແຜນການ;
“ຄວາມສາມັກຄີແມ່ນແຮງກຳລັງອັນມະຫາສານ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫົວພັນ ໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ”.