ເລຂາທິການໃຫຍ່, ປະທານປະເທດ ຊີ້ທິດເຍືອງທາງ ໃຫ້ແນວລາວສ້າງຊາດ ຍົກສູງບົດບາດມະຫາສາມັກຄີ ສູ່ຄຸນນະພາບໃໝ່.

   
ໃນວັນທີ 29 ເມສາ 2026, ທີ່ຫໍປະຊຸມແຫ່ງຊາດ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ເຊິ່ງສະຫາຍໄດ້ຕີລາຄາສູງຕໍ່ໝາກຜົນແຫ່ງການເຄື່ອນ ໄຫວວຽກງານແນວໂຮມໃນ 5 ປີຜ່ານມາ ແລະ ໄດ້ເນັ້ນໜັກທິດທາງແຜນການຍຸດທະສາດ ເພື່ອຜ່ານຜ່າສິ່ງທ້າທາຍ ແລະ ນຳພາປະເທດຊາດກ້າວໄປຂ້າງໜ້າ;
ສະຫາຍເລຂາທິການໃຫຍ່ ໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງ “ແນວລາວອິດສະຫຼະ” ແລະ “ແນວລາວຮັກຊາດ” ທີ່ເປັນກຳລັງແຮງຕັດສິນໄຊຊະນະຂອງການປະຕິວັດ; ໃນ 5 ປີຜ່ານມາ, ສນຊ ໄດ້ເຮັດໜ້າທີ່ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ, ປະກອບສ່ວນສຳຄັນໃນການແກ້ໄຂຄວາມທຸກຍາກ ແລະ ຮັກສາສະຖຽນລະພາບທາງການ ເມືອງ ເຖິງວ່າຈະປະເຊີນກັບວິກິດການໂລກ ແລະ ການລະບາດຂອງພະຍາດໂຄວິດ-19 ກໍຕາມ;
ສະຫາຍໄດ້ຢ້ຳຄືນວິໄສທັດທີ່ວາງອອກໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ວ່າ: ຮອດປີ 2035 ສູ້ຊົນໃຫ້ GDP ບັນລຸ 7% ຕໍ່ປີ, ກາຍເປັນປະເທດທີ່ມີລາຍຮັບປານກາງສູງ; ຮອດປີ 2055 ປະເທດລາວຈະເປັນປະເທດກຳລັງພັດທະນາທີ່ມີລາຍຮັບປານກາງສູງ ແລະ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ; ໄລຍະ 2026-2030 ຕ້ອງຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ຫຼຸດອັດຕາຄວາມທຸກຍາກ ໃຫ້ຍັງເຫຼືອຕົວເລກດຽວ;
ເພື່ອບັນລຸຄາດໝາຍດັ່ງກ່າວ, ສະຫາຍເລຂາທິການໃຫຍ່ ໄດ້ຊີ້ນຳ 6 ດ້ານທີ່ສຳຄັນ ສໍາລັບວຽກງານແນວໂຮມໂດຍ ສຸມໃສ່:
1. ເສີມສ້າງມະຫາສາມັກຄີ: ເພີ່ມທະວີຄວາມຮັບຜິດຊອບຂອງຄົນລາວຕໍ່ຊະຕາກຳຂອງຊາດ, ສະກັດກັ້ນການສວຍໃຊ້ສາສະໜາ ແລະ ປະຊາທິປະໄຕຈອມປອມເພື່ອແບ່ງແຍກຄວາມສາມັກຄີ;
2. ຍົກສູງບົດບາດຕິດຕາມ-ກວດກາ: ຈັດຕັ້ງປະຕິບັດຫຼັກການ “ປະຊາຊົນຮູ້, ປຶກສາຫາລື, ເຂົ້າຮ່ວມ, ກວດກາ ແລະ ໄດ້ຮັບຜົນປະໂຫຍດ” ຢ່າງເປັນຮູບປະທຳ;
3. ປ່ຽນແປງໃໝ່ວິທີການຂົນຂວາຍ: ຫັນລົງຮາກຖານໃຫ້ໃກ້ຊິດແທດຕົວຈິງ, ຫຼີກລ່ຽງການບໍລິຫານແບບຫ້ອງການ ແລະ ເປັນເຈົ້າການໃນການໄກ່ເກ່ຍຄວາມຂັດແຍ້ງໃນຊຸມຊົນ;
4. ຊຸກຍູ້ການຜະລິດ ແລະ ເສດຖະກິດເອກະລາດ: ປຸກລະດົມໃຫ້ປະຊາຊົນຮູ້ທຳມາຫາກິນແບບໃໝ່, ສ້າງກອງທຶນບ້ານສາມັກຄີ ແລະ ພັດທະນາໃຫ້ກາຍເປັນສະຫະກອນ;
5. ເພີ່ມທະວີການທູດປະຊາຊົນ: ຮັດແໜ້ນຄວາມສາມັກຄີກັບປະເທດເພື່ອນມິດ ແລະ ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື;
6. ເຕົ້າໂຮມຄົນລາວຢູ່ຕ່າງປະເທດ: ສ້າງເງື່ອນໄຂໃຫ້ພີ່ນ້ອງເຊື້ອຊາດລາວທີ່ມີຈິດໃຈຮັກຊາດ ອວ່າຍໜ້າມາຫາປະເທດຊາດ ເພື່ອຮ່ວມກັນພັດທະນາ.
ສະຫາຍໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນຕໍ່ຄະນະກຳມະການສູນກາງ ສນຊ ສະໄໝທີ XII ທີ່ໄດ້ຮັບ ຮອງເອົາ 250 ສະຫາຍ, ໂດຍມີ ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ເປັນປະທານ, ຈະສາມາດສ້າງບາດກ້າວບຸກທະລຸໃໝ່ ຕາມທິດທາງ “ເປີດກວ້າງ, ເຂັ້ມແຂງ, ບຸກທະລຸ ແລະ ເປັນປຶກແຜ່ນແໜ້ນໜາ” ເພື່ອພາປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ຕາມທິດທາງວາງໄວ້ຢ່າງສະຫງ່າຜ່າເຜີຍ.