ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ໄດ້ຖືກຮັບຮອງເອົາຢ່າງເປັນເອກະພາບ

 
ໃນວັນທີ 29 ເມສາ 2026, ທ່ານ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ ຫົວໜ້າຄະນະກອງເລຂາກອງປະຊຸມ ໄດ້ຂຶ້ນຜ່ານມະຕິ ເຊິ່ງເນື້ອໃນສຳຄັນ ຂອງມະຕິກອງປະ ຊຸມ ປະກອບມີ:
1. ໄດ້ຮັບຮອງລາຍງານການເມືອງ ແລະ ບົດສຳຫຼວດການນຳພາ 5 ປີຜ່ານມາ (2021-2025) ເຊິ່ງສາມາດຮັກສາຄວາມສາມັກຄີປອງດອງ ແລະ ປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຢ່າງໜັກແໜ້ນ;
2. ເຫັນດີຮັບຮອງແຜນພັດທະນາອົງການ ແນວລາວສ້າງຊາດ 5 ປີຕໍ່ໜ້າ (2026-2030) ເຊິ່ງປະກອບມີ 6 ແຜນງານ ແລະ 62 ໂຄງການ ເພື່ອສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ XII ຂອງພັກ;
3. ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາກົດລະບຽບ ຂອງແນວລາວສ້າງຊາດ (ສະບັບປັບປຸງ) ຢ່າງເປັນເອ ກະພາບ ເພື່ອແນໃສ່ປັບປຸງກົນໄກການເຄື່ອນໄຫວ ໃຫ້ມີຄວາມສອດຄ່ອງກັບສະພາບການພັດທະນາ ແລະ ເງື່ອນໄຂໃໝ່ ໃນໄລຍະໃໝ່ ຢ່າງແທ້ຈິງ;
4. ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາການສະເໜີແຕ່ງຕັ້ງກຳມະການສູນກາງແນວລາວສ້າງຊາດ ສະໄໝທີ XII ຈຳນວນ 250 ທ່ານ, ຍິງ 55 ທ່ານ, ພຣະສົງ 20 ອົງ ເພື່ອເປັນແກ່ນສານເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ.
ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະກຳມະການສູນກາງແນວລາວສ້າງຊາດ ສະໄໝທີ XII ໄດ້ເປັນເອກະພາບຮັບຮອງເອົາການສະເໜີແຕ່ງຕັ້ງຄະນະປະຈຳ ສູນກາງແນວລາວສ້າງຊາດ ຈໍານວນ 11 ທ່ານ, ຍິງ 3 ທ່ານ ຄື: 1) ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ; 2) ທ່ານ ລາວປາວຊົ່ງ ນະວົງໄຊ; 3) ທ່ານ ນາງ ບຸດສະດີ ທະນະເມືອງ; 4) ທ່ານ ປອ ດາວຽກສັກ ຫວ່າງວິຈິດ; 5) ທ່ານ ນາງ ໄຊທິດາ ພົມວິຫານ; 6) ທ່ານ ປອ ວິຣະພົງສ໌ ພົມດວງສີ; 7) ທ່ານ ສຸລິປັນຍາ ຣາຊສົມບັດ; 😎 ທ່ານ ໄທລໍ່ ຫວາເຊັ້ງ; 9) ທ່ານ ຄໍາຢາດ ຣາຊດາວົງ; 10) ທ່ານ ນາງ ແພງພັນ ບຸບຜາພອນ ແລະ 11) ທ່ານ ວັນດີ ຈັນສົມບັດ.
ກອງປະຊຸມໃຫຍ່ຮັບຮອງເອົາການແຕ່ງຕັ້ງປະທານ ແລະ ຮອງປະທານສູນກາງແນວລາວສ້າງຊາດ ປະຈຳການ ຈຳນວນ 7 ທ່ານ, ຍິງ 2 ທ່ານ ຄື: ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ເປັນປະທານ ແລະ ຮອງປະທານ 6 ທ່ານ ຄື: ທ່ານ ລາວປາວຊົ່ງ ນະວົງໄຊ; ທ່ານ ນາງ ບຸດສະດີ ທະນະເມືອງ; ທ່ານ ປອ ດາວຽກສັກ ຫວ່າງວິຈິດ; ທ່ານ ນາງ ໄຊທິດາ ພົມ ວິຫານ; ທ່ານ ປອ ວິຣະພົງສ໌ ພົມດວງສີ ແລະ ທ່ານ ສຸລິປັນຍາ ຣາຊສົມບັດ;
ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາການແຕ່ງຕັ້ງຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈຳການ ຈຳນວນ 7 ທ່ານ, ຍິງ 2 ທ່ານ ຄື: 1) ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ; 2) ທ່ານ ນາງ ອິນລາວັນ ແກ້ວບຸນພັນ; 3) ທ່ານ ຫຽມ ພົມມະຈັນ; 4)ທ່ານ ອ໋ອດ ພົງສະຫວັນ; 5) ທ່ານ ຢົງ ຈັນທະລັງສີ; 6) ທ່ານ ພູວົງ ພະມີສິດ ແລະ 7) ທ່ານ ເຕີຍ ສົມສັກ;
ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາທ່ານປະທານກວດກາ ແລະ ຮອງປະທານກວດກາ ສູນກາງແນວລາວສ້າງຊາດຈຳນວນ 5 ທ່ານ ຍິງ 2 ທ່ານ ຄື: ທ່ານ ນາງ ໄຊທິດາ ພົມວິຫານ ເປັນປະທານກວດກາ ແລະ ຮອງປະທານກວດກາ 4 ທ່ານ ຄື: ທ່ານ ນາງ ແພງພັນ ບຸບຜາພອນ; ທ່ານ ຈັກກະພັນ ພົງດາລັດ; ທ່ານ ດົວທໍ່ ເຊັ່ງຟົງຢົງນູ; ທ່ານ ພູມະໄລ ແສນຄໍາພອນ;
5. ພະນະທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນ ໜັກ 6 ເນື້ອໃນສຳຄັນ ເພື່ອໃຫ້ແນວລາວສ້າງຊາດ ເພີ່ມທະວີການເຕົ້າໂຮມຄວາມສາມັກຄີ, ຍົກສູງບົດບາດການຕິດຕາມກວດກາສຽງສະທ້ອນຈາກສັງຄົມ, ປ່ຽນແປງວິທີການຂົນຂວາຍມະຫາຊົນໃຫ້ທັນສະໄໝ ແລະ ປຸກລະ ດົມປະຊາຊົນ ເຂົ້າໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ;
ກອງປະຊຸມໄດ້ຮຽກຮ້ອງໃຫ້ທຸກຊັ້ນຄົນ, ທຸກເພດ-ໄວ ທັງພາຍໃນ ແລະ ຕ່າງປະເທດ ຈົ່ງພ້ອມກັນເຊີດຊູນ້ຳ ໃຈຮັກຊາດ, ສຸມສະຕິປັນຍາເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຮຸ່ງເຮືອງສິວິໄລ;
ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ໄດ້ຖືກຮັບຮອງເອົາຢ່າງເປັນເອກະພາບ ໃນວັນທີ 29 ເມສາ 2026.