ໃນວັນທີ 29 ເມສາ 2026, ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ກ່າວປິດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ຢ່າງເປັນທາງການ ພາຍຫຼັງດຳເນີນມາເປັນເວລາ 1 ວັນເຄິ່ງ ດ້ວຍບັນຍາກາດຟົດຟື້ນ ແລະ ຄວາມຮັບຜິດຊອບສູງ;

ໝາກຜົນສຳຄັນຂອງກອງປະຊຸມ ຄື: ໄດ້ເປັນເອກະພາບຮັບຮອງເອົາລາຍງານການເມືອງ, ທິດທາງວຽກງານ 5 ປີຕໍ່ໜ້າ (ໃຫ້ສອດຄ່ອງກັບມະຕິ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ), ກົດລະບຽບຂອງແນວລາວສ້າງຊາດ ສະບັບປັບປຸງ ແລະ ບົດສຳຫຼວດການນຳພາຂອງຄະນະກຳມະການ ຊຸດເກົ່າ, ໄດ້ລົງປະຊາມະຕິຮັບຮອງເອົາການແຕ່ງຕັ້ງ ຄະນະກຳມະການສູນກາງ ສນຊ ສະໄໝທີ XII ຈຳນວນ 250 ທ່ານ ເພື່ອເປັນແກນກາງ ໃນການເຕົ້າ ໂຮມຄວາມສາມັກຄີ; ໃນນີ້, ທ່ານປະທານ ສນຊ ໄດ້ເນັ້ນໜັກວ່າ ຄຳໂອ້ລົມຊີ້ນຳ ຂອງທ່ານ ທອງລຸນ ສີສຸລິດ, ເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແມ່ນເຂັມທິດອັນສຳຄັນທີ່ສຸດ ໃນການເຄື່ອນໄຫວວຽກງານແນວໂຮມ ໃນໄລຍະໃໝ່;
ໂອກາດນີ້, ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ຄະນະກຳມະການ ຊຸດໃໝ່ ກ່າວຄຳໝັ້ນສັນຍາ ແລະ ທິດທາງໃນຕໍ່ໜ້າ ເຊິ່ງມີບາງເນື້ອໃນສຳຄັນ ວ່າ: ຈະສືບຕໍ່ເຕົ້າໂຮມມະຫາສາມັກຄີປວງຊົນລາວທັງຊາດ ໃຫ້ເປັນປຶກແຜ່ນແໜ້ນໜາ ພາຍໃຕ້ການນຳພາຂອງພັກ, ເຊີດຊູນ້ຳໃຈຮັກຊາດ ແລະ ຈິດໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ພ້ອມທັງປັບປຸງແບບແຜນວິທີເຮັດວຽກ ໃຫ້ໃກ້ຊິດກັບປະຊາຊົນທຸກຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ທັງພາຍໃນ ແລະ ຕ່າງປະເທດ; ໃນຕອນທ້າຍ, ທ່ານປະທານໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການນຳພັກ-ລັດ, ພະນັກງານ, ນັກຮົບ ແລະ ສື່ມວນຊົນ ທີ່ໄດ້ປະກອບສ່ວນ ເຮັດໃຫ້ກອງປະຊຸມຄັ້ງນີ້ ປະສົບຜົນສຳເລັດ ພ້ອມທັງຢືນຢັນອຸດົມການ ທີ່ວ່າ: “ຄວາມສາມັກຄີເປັນສິ່ງທີ່ດີເລີດ, ເປັນສິ່ງປະເສີດກວ່າອາວຸດຊະຕາ, ຄວາມສາມັກຄີ ເປັນປຶກ ແຜ່ນແໜ້ນໜາ ພາຍໃຕ້ການນໍາພາຂອງພັກ ຄວາມປອງດອງກົມກຽວເປັນເອກະລັກ ວັດທະນະທໍາອັນດີງາມ ຂອງຄົນລາວພວກເຮົາ; ມະຫາສາມັກຄີ, ມະຫາໄຊຊະນະ!”


