ເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຄອມມູນນິດຫວຽດນາມ.

 
ທ່ານ ລາວປາວຊົງ ນະວົງໄຊ, ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ໄດ້ເຂົ້າຮ່ວມພິທີເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຄອມມູນນິດຫວຽດນາມ ແລະ ເຜີຍແຜ່ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດສະໄໝທີ XVI ພ້ອມທັງ ການລະນຶກຄົບຮອບ 136 ປີ ແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈິມິນ. ກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຫງວຽນ ມິງ ເຕີມ, ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ, ໂດຍມີ ທ່ານ ນາງ ສູນທອນ ໄຊຍະຈັກ, ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແລະ ບັນດາຜູ້ແທນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ ໃນວັນທີ 8 ພຶດສະພາ 2026 ທີ່ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ.
ໃນໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຊົມການວາງສະແດງຮູບພາບ ແລະ ວິດີໂອ-ຮູບພາບ ກ່ຽວກັບຊີວິດ ແລະ ຜົນງານການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈິມິນ ເນື່ອງໃນໂອກາດຄົບຮອບ 136 ປີ ວັນຄ້າຍວັນເກີດຂອງທ່ານ. ພ້ອມດຽວກັນນັ້ນ, ຍັງໄດ້ຮັບຊົມຮູບເງົາຂ່າວສານ ທີ່ສະທ້ອນເຖິງຂະບວນການພັດທະນາ ແຫ່ງການນຳພາ-ຊີ້ນໍາຂອງພັກກອມມຸຍນິດຫວຽດນາມ ຈາກຄວາມຫຍຸ້ງຍາກໄປສູ່ໄຊຊະນະອັນຍິ່ງໃຫຍ່.
ໃນພິທີ, ທ່ານ ຫງວຽນ ມິງ ເຕີມ ໄດ້ຂຶ້ນກ່າວສະຫຼຸບໂດຍຫຍໍ້ ຍົກໃຫ້ເຫັນຜົນສຳເລັດສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຄອມມູນນິດຫວຽດນາມ, ການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດສະໄໝທີ XVI ແລະ ຄວາມໝາຍຄວາມສໍາຄັນຂອງການລະນຶກຄົບຮອບ 136 ປີ ວັນຄ້າຍວັນເກີດຂອງປະທານ ໂຮ່ຈິມິນ ໃນພາລະກິດການປະຕິວັດ ແລະ ການພັດທະນາປະເທດຂອງ ສສ ຫວຽດນາມ.