ໃນວັນທີ 8 ພຶດສະພາ 2026, ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ, ກຳມະການກົມການ ເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ), ປະທານສະພາທິດສະດີສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 9 ຜູ້ຊີ້້ນໍາແຂວງຊຽງຂວາງ ພ້ອມດ້ວຍຄະນະ ໂດຍການຮ່ວມເດີນທາງມີທ່ານ ເພັດສະໝອນ ດາວົງສອນ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງຊຽງຂວາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຢ້ຽມຢາມຄອບຄົວຕົວແບບການຜະລິດ ແລະ ການບໍລິການທ່ອງທ່ຽວ ຂອງທ່ານ ຕົງຫວາພາບ ຢູ່ບ້ານລາດງ່ອນ, ເມືອງແປກ, ແຂວງຊຽງຂວາງ ເຊິ່ງເປັນຄອບຄົວໃນການລ້ຽງງົວຊົນງົວ ແລະ ການອະນຸລັກວັດທະນະທຳພື້ນເມືອງ;
ໃນການລົງຢ້ຽມຢາມຄັ້ງນີ້, ທ່ານປະທານ ສນຊ ໄດ້ຮັບຟັງການລາຍງານຈາກ ທ່ານ ຕົງຫວາພາບ ກ່ຽວກັບປະຫວັດການສ້າງຕັ້ງ ແລະ ກິດຈະກຳພາຍໃນຄອບຄົວ ວ່າ: ເຕັກນິກການລ້ຽງ ໄດ້ມີການຄັດເລືອກສາຍພັນງົວ ທີ່ມີລັກສະນະດີ, ການໃຫ້ອາຫານເສີມ ແລະ ການເບິ່ງແຍງສຸຂະພາບງົວໃຫ້ແຂງແຮງ ເພື່ອເພີ່ມມູນຄ່າໃຫ້ສູງຂຶ້ນ; ງົວແຕ່ລະໂຕມີມູນຄ່າຕັ້ງແຕ່ສິບລ້ານ ຈົນເຖິງຫຼາຍຮ້ອຍລ້ານກີບ, ເຊິ່ງກາຍເປັນລາຍຮັບຫຼັກທີ່ໝັ້ນຄົງໃຫ້ແກ່ຄອບຄົວ; ໃນນີ້, ທ່ານ ຕົງຫວາພາບ ຍັງມີສະຖານທີ່ໃນການຈັດກິດຈະກຳ “ງົວຊົນງົວ” ເພື່ອດຶງດູດນັກທ່ອງທ່ຽວ, ສ້າງເປັນຈຸດແວ່ຊົມທີ່ສຳຄັນ ຂອງບ້ານລາດງ່ອນ ເຮັດໃຫ້ເສດຖະກິດພາຍໃນບ້ານ ມີການມີການຂະຫຍາຍຕົວຂຶ້ນ;
ໂອກາດນີ້, ທ່ານປະທານ ສນຊ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ຄອບຄົວ ທ່ານ ຕົງຫວາພາບ ທີ່ເປັນບຸກຄົນຕົວແບບ ມີຄວາມຄິດສ້າງສັນ, ຮູ້ຈັກໝູນໃຊ້ທ່າແຮງທາງດ້ານຮີດຄອງປະເພນີ ມາເປັນອາຊີບທີ່ໝັ້ນຄົງ, ທ່ານໄດ້ເນັ້ນຕື່ມວ່າ: “ຄອບຄົວ ທ່ານ ຕົງຫວາພາບ ແມ່ນຕົວຢ່າງທີ່ດີ ໃນການປະຕິບັດແນວທາງສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ນີ້ບໍ່ແມ່ນແຕ່ສະເພາະການລ້ຽງສັດ, ແຕ່ແມ່ນການຮັກສາເອກະລັກວັດທະນະທຳ ຂອງຊາວຊຽງຂວາງ ແລະ ເປັນການຫັນເອົາວັດທະນະທຳ ໃຫ້ເປັນການສ້າງລາຍຮັບ ທີ່ຍືນຍົງ.
ບກ: ອຸດອນ
ຂ່າວ ແລະ ພາບ: ພ.ພຽງ



