ກໍາມະການສູນກາງແນວລາວສ້າງຊາດ ສ້າງຂະບວນການ ຂໍ່ານັບຊົມເຊີຍ ຜົນສໍາເລັດກອງປະຊຸມໃຫຍ່

     ເພື່ອເປັນການຂໍ່ານັບຊົມເຊີຍ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ທີ່ຫາ ກໍສຳເລັດລົງຢ່າງຈົບງາມ ໃນທ້າຍເດືອນເມສາ 2026 ຜ່ານມານີ້. ວັນທີ 8 ພຶດສະພາ 2026, ຄະນະກໍາມະການສູນກາງແນວລາວສ້າງຊາດ ຢູ່ຕ່າງປະເທດ ໄດ້ຮ່ວມກັບ ຄະນະນໍາ ສູນກາງແນວລາວສ້າງຊາດ ສ້າງຂະບວນການແຂ່ງຂັນກິລາເປຕັງ ຮ່ວມກັບ ຄະນະການນຳກອງກິລາກອງທັບ ກະຊວງປ້ອງກັນປະເທດ ທີ່ ເດີ່ນກິລາເປຕັງ ກອງກິລາກອງທັບ (ຫຼັກ 5) ໃຫ້ກຽດເຂົ້າຮ່ວມກ່າວເປີດພິທິໂດຍ ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ, ອະດີດກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ມີຄະນະກຳມະການ ສນຊ, ຄະນະບໍລິຫານງານ ກໍາມະບານ, ແມ່ຍິງ ແລະ ຊາວໜຸ່ມ ສນຊ ພ້ອມດ້ວຍສະມາຊິກ ຂອງ 3 ອົງການ ເຂົ້າຮ່ວມ.
      ໃນຂະບວນການກິລາດັ່ງກ່າວ ຄະນະກຳມະການສູນກາງແນວລາວສ້າງຊາດ ຢູ່ຕ່າງປະເທດ ນຳໂດຍ ທ່ານ ຈູມຄຳ ຫຼວງວັນ ໄດ້ມອບອຸປະກອນກິລາ ແລະ ຄອມພີວເຕີ 2 ເຄື່ອງ ໃຫ້ຄະນະການນຳກອງກິລາກອງທັບ ກະຊວງປ້ອງກັນປະເທດ ລວມມູນຄ່າ 32,100,000 ກີບ. ໃນຕອນທ້າຍພິທີ ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ໃຫ້ກຽດເຂົ້າຮ່ວມມອບລາງວັນຊະນະເລີດ ໃຫ້ແກ່ທັບນັກລິລາ ໃນການການແຂ່ງຂັນກິລາເປຕັງ ເພື່ອມິດຕະພາບ ແລະ ຂໍ່ານັບຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ໃນຄັ້ງນີ້.
ບກ: ອຸດອນ
ພາບ+ຂ່າວ: ຂິດ