ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ຕ້ອນຮັບການເຂົ້າຢ້ຽມພົບປະຂອງຄະນະກຳມະການ ສູນກາງແນວລາວສ້າງຊາດ ທີ່ດຳລົງຊີວິດຢູ່ຕ່າງປະເທດ ພ້ອມດ້ວຍຄະນະ ຢູ່ທີ່ສູນກາງແນວລາວສ້າງຊາດ, ວັນທີ 11 ພຶດສະພາ 2026.
ເນື່ອງໃນໂອກາດທີ່ເດີນທາງມາເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII, ຄະນະກຳມະການ ສູນກາງແນວລາວສ້າງຊາດ ຄົນລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ນຳໂດຍ ທ່ານ ຈູມຄຳ ຫຼວງວັນ ກຳມະການສູນກາງແນວລາວສ້າງຊາດ ປະທານສຳພັນຄົນລາວຢູ່ປະເທດຝຣັ່ງ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ປະທານສູນກາງແນວລາວສ້າງຊາດ ແລະ ໄດ້ລາຍງານສະພາບການເຄື່ອນໄຫວ ຂອງວຽກງານສຳພັນຄົນລາວຢູ່ຕ່າງປະເທດໂດຍຫຍໍ້ ໃຫ້ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບ; ໂອກາດນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານການເຄື່ອນໄຫວວຽກງານແນວລາວສ້າງຊາດ ໂດຍໄດ້ເນັ້ນໃຫ້ທຸກທ່ານ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນ ເພື່ອກາຍເປັນກໍາລັງແຮງໃນການເຕົ້າໂຮມຄວາມສາມັກຄີ ຕາມພາລະບົດບາດຂອງແນວລາວສ້າງຊາດ ໃຫ້ໄດ້ຮັບຜົນສຳເລັດຕາມຄໍາຂັວນກອງປະຊຸມໃຫຍ່ວາງໄວ້. ພ້ອມກັນນີ້; ທ່ານ ປະທານສູນກາງແນວລາວສ້າງຊາດ ຍັງໄດ້ເນັ້ນຕື່ມວ່າ: ໃຫ້ບັນດາທ່ານຄະນະ ກຳມະການສູນກາງແນວລາວສ້າງຊາດ ທີ່ເປັນຕົວແທນຄົນລາວຢູ່ຕ່າງປະເທດ ສືບຕໍ່ເຮັດໜ້າທີ່ ປຸກລະດົມຂົນຂວາຍພີ້ນ້ອງຄົນລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ປະຕິບັດນະໂຍບາຍການຕ່າງປະເທດຂອງພັກ ເຊິ່ງຖືວ່າຄົນລາວຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ແຍກອອກບໍ່ໄດ້ຂອງວົງຄະນະຍາດແຫ່ງຊາດລາວ, ເຕົ້າໂຮມກຳລັງແຮງທັງໝົດ ໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາບ້ານເກີດເມືອງນອນຂອງຕົນໃຫ້ຫຼາຍຂຶ້ນກວ່າເກົ່າ.
ໃນໂອກາດນີ້; ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ມອບໃບຍ້ອງຍໍສັນລະເສີນ ໃຫ້ແກ່ກຳມະການ ສູນກາງແນວລາວສ້າງຊາດ ຢູ່ຕ່າງປະເທດ ສະໄໝທີ XI ທີ່ມີຜົນງານໃນການເຄື່ອນໄຫວປະກອບສ່ວນເຂົ້າໃນວຽກງານ ຂອງແນວລາວສ້າງຊາດ ໃນຕະຫຼອດໄລຍະ 5 ປີຜ່ານມາ ຈຳນວນ 10 ທ່ານຕື່ມອີກ.
ບ.ກ: ໄພຈິດ
ຂ່າວ+ພາບ: ດວງມະນີ



