ໃນວັນທີ 13 ພຶດສະພາ 2029 ນີ້, ທ່ານ ສຈ. ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ,ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າຢ້ຽມພົບປະຂອງເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ, ໃນໂອກາດການເຂົ້າຢ້ຽມພົບປະ ຄັ້ງນີ້ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ ປະທານ ສູນກາງແນວລາວສ້າງຊາດ ທີ່ໄດ້ຮັບຕຳແໜ່ງເປັນປະທານ ສູນກາງແນວລາວສ້າງຊາດ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ແລະ ທ່ານໄດ້ລາຍງານໃຫ້ຮູ້ກ່ຽວກັບການໃຫ້ການສະໜັບສະໜູນ ສປປລາວ ໃນໄລຍະຜ່ານມາໂດຍຜ່ານອົງການຮ່ວມມື ແລະປະສານງານຂອງຕວັກກີ (TurkishCooperation and Coordination Agency-TIKA) ຕໍ່ຂະແໜງສາທາລະນະສຸກ, ສຶກສາ, ກະສິກຳ, ແຮງງານ ແລະສະຫວັດດີການສັງຄົມ ກໍຄື ການສົ່ງເສີມທັກສະ ແລະ ຄວາມກ້າວໜ້າຂອງຊາວໜຸ່ມ ແລະ ແມ່ຍິງລວມທັງໃຫ້ການຊ່ວຍເຫລືອດ້ານມະນຸດສະທຳ ໃນວຽກງານການບັນເທົາທຸກ ຈາກໄພພິບັດທຳມະຊາດໃນ ສປປ ລາວ ແລະ ການຫລຸດຜ່ອນຄວາມສ່ຽງຕໍ່ລະເບີດບໍ່ທັນແຕກ ແລະ ອື່ນໆ;
ໃນໂອກາດນີ້, ທ່ານ ປະທານ ສູນກາງແນວລາວສ້າງຊາດ, ສະແດງຄວາມຍ້ອງຍໍຊົມເຊີຍແລະ ຂອບໃຈສະຫາຍເອກອັກຄະລັດຖະທູດ ທີ່ໄດ້ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືກັບ ສນຊ ໃນໄລຍະຜ່ານມາ; ຫວ່າງມໍ່ໆມານີ້ ສະຖານທູດຕວັກກີ ກໍ່ໄດ້ມອບເຄື່ອງຊ່ວຍເຫລືອປະເພດອາຫານແຫ້ງ ໃຫ້ຄອບຄົວປະຊາຊົນຜູ້ທຸກຍາກ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ທີ່ແຂວງຈຳປາສັກ ຈຳນວນ 238 ຄອບຄົວ ໂດຍຜ່ານ ສູນກາງແນວລາວສ້າງຊາດ ພ້ອມທັງໄດ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມທີ່ເປັນມູນເຊື້ອມາແຕ່ດົນນານ; ອວຍພອນໃຫ້ ທ່ານ ທູດ ຈົ່ງມີພະລານາໄມສົມບູນ, ມີຜົນສຳເລັດໃນການປະຕິບັດໜ້າທີ່ຢູ່ ສປປລາວ,ສືບຕໍ່ປະກອບສ່ວນຊຸກຍູ້ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ອັນແໜ້ນແຟ້ນ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ຕວັກກີ-ລາວ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ບກ: ໄພຈິດ
ຂ່າວ-ພາບ: ສຸກສຳລານ+ວັນນາ



