ໃນວັນທີ 13 ພຶດສະພາ 2026 ທີ່ສຳນັກງານສູນກາງແນວລາວສ້າງຊາດ, ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ນາງ ເມແກນ ໂຈນສ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວການພົບປະຄັ້ງນີ້, ທ່ານ ປະທານ ສູນກາງແນວລາວສ້າງຊາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງການທູດ ຢູ່ ສປປ ລາວ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ອົດສະຕາລີ ທີ່ມີມາຢ່າງຍາວນານ.
ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ, ໂດຍສະເພາະແມ່ນ: ການສະໜັບສະໜູນທຶນການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ການຄ້າ, ການລົງທຶນ ແລະ ການຊ່ວຍເຫຼືອລ້າເພື່ອການພັດທະນາ (ODA) ແລະ ການຊ່ວຍເຫຼືອໃນຂະແໜງສາທາລະນະສຸກ, ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຍົກລະດັບສາຍພົວພັນສອງຝ່າຍ ຂຶ້ນເປັນ “ຄູ່ຮ່ວມຍຸດທະສາດ” (Strategic Partnership) ເຊິ່ງເປັນຂີດໝາຍໃໝ່ທີ່ສຳຄັນ ເພື່ອຂະຫຍາຍການຮ່ວມມືໃຫ້ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ.
ໃນໂອກາດນີ້ ທ່ານເອອັກຄະລັດຖະທຸດອົດສະຕາລີ ໄດ້ກ່າວສະແດງຄວາມ ຊົມເຊີຍຕໍ່ທ່ານ ປະທານ ສູນກາງແນວລາວສ້າງຊາດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນປະທານ ສູນກາງແນວລາວສ້າງຊາດ ແລະ ຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນວ່າ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃຫ້ມີທ່າຂະຫຍາຍຕົວຂຶ້ນເລື້ອຍໆ, ພ້ອມທັງຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນຂອບການຮ່ວມມືອາຊຽນ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນຊຸມປີຕໍ່ໜ້າ.
ບກ: ໄພຈິດ
ຂ່າວ, ພາບ: ສຸກສຳລານ, ວັນນາ



