ໃນວັນທີ 14 ພຶດສະພາ 2026, ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ແນວລາວສ້າງຊາດເມືອງສະໜາມໄຊ ແຂວງອັດຕະປື ຈັດກິດຈະກໍາ ມອບເຄື່ອງໃຫ້ຄູອາຈານ ແລະ ນ້ອງນັກຮຽນປະຖົມບ້ານດອນບົກໃໝ່ແສງຈັນ ເມືອງສະໜາມໄຊ ແຂວງອັດຕະປື ໂດຍມີ ທ່ານ ນາງ ສີພະຈັນ ນັນທະວົງສາ ຮອງປະທານສູນກາງແນວລາວສ້າງຊາດ ສະໄໝທີ XI ກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XII, ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ພ້ອມດ້ວຍຄະນະ, ມີ ທ່ານ ພອນປະເສີດ ທອງສີທາວົງ ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ຈັນທະວາ ໄຊຍະວາດ ປະທານແນວລາວສ້າງຊາດເມືອງສະໜາມໄຊ, ມີກໍາມະການແນວລາວສ້າງຊາດເມືອງ, ສະມາຄົມພໍ່ແມ່ນັກຮຽນ, ຄູ-ອາຈານ ພ້ອມດ້ວຍຫຼານນ້ອຍນັກຮຽນເຂົ້າຮ່ວມ;
ເຄື່ອງທີ່ນໍາມາມອບປະກອບມີ ອຸປະກອນການຮຽນ (ປຶ້ມຂຽນ, ບິກ, ສໍດຳ, ບັນທັດ, ເສື້ອກິລາ, ບານສົ່ງ, ບານເຕະ ແລະ ກະຕໍ້) ລວມມູນຄ່າ 15,050,000ກີບ (ສິບຫ້າລ້ານຫ້າສິບພັນກີບ); ເຄື່ອງດັ່ງກ່າວໄດ້ມາຈາກການປະກອບສ່ວນຈາກສັງຄົມ ເຊິ່ງເປັນກິດຈະກໍາໜຶ່ງ ເພື່ອຊົມເຊີຍຜົນສຳເລັດກອງ ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII, ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ການດຳເນີນປະຊຸມໃຫຍ່ອົງຄະນະພັກ ສນຊ ຄັ້ງທີ VI ທີ່ຈະໄຂຂຶ້ນໃນເດືອນມິຖຸນາ ທີ່ຈະມາເຖິງ ແລະ ທັງເປັນການໃຫ້ກໍາລັງໃຈແດ່ ຄູ-ອາຈານ ແລະ ຫຼານນ້ອຍນັກຮຽນ ໃນການຮຽນ-ການສອນ ຕື່ມອີກ.
ບກ: ພ.ພຽງ
ຂ່າວ-ຮູບ: ຂິດ


