ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

    ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ. ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວຂື້ນ; ໂດຍການເປັນປະທານຂອງທ່ານ ນາງ ໄຊທິດາ ພົມວິຫານ ຮອງປະທານ ສູນກາງແນວລາວສ້າງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ດາວຽງສັກ ຫວ່າງວິຈິດ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານ ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ພະນັກງານ-ລັດຖະກອນ ພ້ອມດ້ວຍລູກຫຼານຂອງພະນັກງານ ສນຊ ເຂົ້າຮ່ວມ, ໃນວັນທີ 29 ມິຖຸນາ 2026; ທີ່ ຫ້ອງປະຊຸມໃຫ່ຍຊັ້ນ 2 ສູນກາງແນວລາວສ້າງຊາດ.
     ການສະເຫຼີມສະຫຼອງວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 01 ມິຖຸນາ ໃນທຸກປີ ເປັນວັນແຫ່ງຄວາມສຸກ ຄວາມເບີກບານມ່ວນຊື່ນຂອງເດັກ, ທັງເປັນໂອກາດ ທີ່ທົ່ວສັງຄົມໄດ້ຮ່ວມກັນທົບທວນ ແລະ ຢືນຢັນຄວາມສໍາຄັນຂອງການສົ່ງເສີມ ແລະ ປົກປ້ອງສິດທິເດັກ, ສ້າງສະພາບແວດລ້ອມທີ່ປອດໄພ, ອົບອຸ່ນ ແລະ ເປັນມິດ ເພື່ອໃຫ້ເດັກທຸກຄົນ ໄດ້ເຕີບໃຫຍ່ ຢ່າງມີຄຸນນະພາບ. ເດັກນ້ອຍທຸກຄົນ ແມ່ນຄວາມຫວັງ, ແມ່ນກໍາລັງສໍາຄັນ ແລະ ອະນາຄົດຂອງຊາດ, ເປັນຜູ້ສືບທອດ ແລະ ເປັນກຳລັງຫຼັກແຫຼ່ງ ໃນການພັດທະນາປະເທດໃນອະນາຄົດ. ພ້ອມກັນນັ້ນ, ເປັນການປູກຈິດສຳນຶກໃຫ້ເດັກມີຄວາມຮັບຜິດຊອບ, ຮັກໃນການປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ ຕັ້ງແຕ່ຍັງນ້ອຍ, ເດັກປຽບເໝືອນຕົ້ນກ້າ ທີ່ຕ້ອງການດູແລ, ອົບຮົມສັ່ງສອນຈາກ ພໍ່-ແມ່, ຜູ້ປົກຄອງ, ຄູອາຈານ ແລະ ສັງຄົມ ເພື່ອສ້າງ ພູມຄຸ້ມກັນໃຫ້ເດັກ ຫ່າງໄກຈາກສິ່ງທີ່ບໍ່ດີ, ສ້າງໃຫ້ເຂົາເຈົ້າເຕີບໃຫຍ່ ເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ, ເປັນຜູ້ສືບທອດ ໃນອະນາຄົດ.
     ໃນພິທີດັ່ງກ່າວ ທ່ານ ນາງ ໄຊທິດາ ພົມວິຫານ ໄດ້ຍົກໃຫ້ຮູ້ກ່ຽວກັບປະຫວັດຄວາມເປັນມາ ການສະເຫຼີມສະຫຼອງວັນເດັກ ເຊິ່ງແຕ່ລະປີແມ່ນເຫດການທີ່ສໍາຄັນຕໍ່ເດັກ ຈຸດປະສົງແນໃສ່ຊຸກຍູ້ສົ່ງເສີມ, ພັດທະນາ ແລະ ປົກປ້ອງເດັກ ໃນທົ່ວໂລກ, ໃຫ້ເດັກມີຄວາມເປັນຢູ່ທີ່ດີ ແລະ ການດໍາເນີນກິດຈະກໍາຕ່າງໆ ເພື່ອເດັກ. ຍ້ອນເຫັນໄດ້ຄວາມສໍາຄັນຂອງເດັກ ທີ່ເປັນອານາຄົດຂອງຊາດ, ເປັນເມັດພຶດ, ເປັນຫນໍ່ແຫນງທຶນຮອນແຫ່ງຊິວິດໃນມື້ນີ້ ເພື່ອກາຍເປັນອະນາຄົດອັນແຈ່ມໃສຂອງປະເທດຊາດໃນມື້ໜ້າ, ຄອບຄົວກໍແມ່ນຈຸດໜຶ່ງທີ່ຕ້ອງໄດ້ເອົາໃຈໃສ່ໃນການພັດທະນາຊີວິດຂອງເດັກໃນການເຂົ້າເຖິງການບໍລິການທາງດ້ານສຸຂະພາບ ແລະ ເຂົ້າຮ່ວມກິດຈະກໍາອື່ນໆ ຕາມຄວາມສາມາດ, ບັນດາປະຊາຊາດໃນທົ່ວໂລກ ຈຶ່ງໄດ້ສະເຫຼີມສະຫຼອງວັນເດັກສາກົນ ຕາມເງື່ອນໄຂ ແລະ ສະພາບຕົວຈິງຂອງປະເທດຕົນ; ໃນພິທີດັ່ງກ່າວ ໄດ້ສ້າງກິດຈະກໍາຖາມ-ຕອບ, ຮ້ອງເພັງ, ສະແດງຄວາມສາມາດຂອງເດັກ ແລະ ມອບ-ຮັບຂອງຂວັນໃຫ້ເດັກ ຕື່ມອີກ.
ບ.ກ: ໄພຈິດ
ຂ່າວ+ພາບ: ດວງມະນີ