ໃນວັນທີ 30/5/2026 ທີ່ສວນບັນດາເຜົ່າ, ບ້ານດານຊີ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 102 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ຂຶ້ນຢ່າງເປັນທາງການ, ເປັນກຽດເຂົ້າຮ່ວມໃນພິທີໂດຍທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ; ທ່ານ ພູວົງ ພະມີສິດ ປະທານສວນບັນດາເຜົ່າ, ກຳມະການສູນກາງແນວລາວສ້າງຊາດ, ຮອງປະທານ ສນຊ ຜູ້ບໍ່ປະຈຳການ; ມີບັນດາທ່ານຮອງປະທານ ສນຊ ຜູ້ປະຈຳການ ແລະ ບໍ່ປະຈຳການ, ເລຂາພັກເມືອງ, ປະທານສະພາປະຊາຊົນເມືອງນາຊາຍທອງ, ບັນດາທ່ານຫົວໜ້າກົມ, ຮອງກົມ, ທ່ານຄະນະທີປຶກສາ, ພະນັກງານປະຕິວັດອະວຸໂສ, ນ້ອງໆນັກຮຽນຈາກຫລາຍໂຮງຮຽນ, ພໍ່ແມ່, ຄູອາຈານ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນໂດຍມີຫລາຍກິດຈະກຳເຊັ່ນ : ພິທີປ່ອຍປາ, ປູກຕົ້ນໄມ້, ຊົມສວນດອກເຜິ້ງ, ຊົມພິພິທະພັນຊົນເຜົ່າ, ຊົມການສະແດງສິນລະປະ, ການເດີນແບບ ແລະ ແຈກຢາຍຂອງຂວັນໃຫ້ນ້ອງໆນັກຮຽນ.
ທ່ານ ພູວົງ ພະມີສິດ ໄດ້ກ່າວວ່າ: ວັນປູກຕົ້ນໄມ້ແຫ່ງຊາດ ຂອງ ສປປ ລາວ ເຊິ່ງກົງກັບວັນທີ 1 ມິຖຸນາ ຂອງທຸກໆປີ, ແມ່ນມື້ທີ່ມີຄວາມໝາຍສຳຄັນທາງດ້ານການເມືອງ, ເສດຖະກິດ ແລະ ສິ່ງແວດລ້ອມຢ່າງເລິກເຊິ່ງ, ໂດຍໄດ້ຖືກກຳນົດຂຶ້ນພາຍຫຼັງການສະຖາປະນາ ສປປ ລາວ; ເຊິ່ງໃນໄລຍະກ່ອນໜ້ານັ້ນ, ຊັບພະຍາກອນປ່າໄມ້ຂອງລາວໄດ້ຖືກທຳລາຍຢ່າງຫຼວງຫຼາຍຈາກໄພສົງຄາມ ແລະ ການຖາກຖາງປ່າເຮັດໄຮ່ແບບຊະຊາຍ. ໃນນີ້ເພື່ອຟື້ນຟູຄວາມອຸດົມສົມບູນຂອງທຳມະຊາດ, ລັດຖະບານລາວໄດ້ຕົກລົງເອົາ ວັນທີ 1 ມິຖຸນາ 1980 (ເຊິ່ງກົງກັບ ວັນເດັກນ້ອຍສາກົນ 1 ມິຖຸນາ 1924) ເປັນວັນປູກຕົ້ນໄມ້ແຫ່ງຊາດ; ເຊິ່ງການເລືອກເອົາມື້ດຽວກັນນີ້ແມ່ນມີຄວາມໝາຍສັນຍາລັກວ່າ : “ການປູກຕົ້ນໄມ້ ຄືການສ້າງອະນາຄົດໃຫ້ແກ່ລູກຫຼານ”.
ໃນຕອນທ້າຍພິທີທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ກ່າວຄຳເຫັນໂອລົມວ່າ ການສ້າງເດັກໃຫ້ເຕີບໃຫຍ່ເຂັ້ມແຂງ, ມີຄຸນນະພາບ, ເຂົ້າໃຈ ແລະ ເຂົ້າຮ່ວມປົກປັກຮັກສາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແມ່ນມີຄວາມທ້າທາຍຫຼາຍດ້ານ, ໃນນາມຕາງໜ້າກົມ ການເມືອງສູນກາງພັກ ຂໍຮຽກຮ້ອງມາຍັງການນໍາພັກ-ລັດ, ຄອບຄົວລູກຫຼານ ທຸກທ່ານ ຈົ່ງເຊີດຊູຄວາມເປັນເຈົ້າການ, ຄວາມສາມັກຄີເປັນເອກະພາບ, ເປັນແບບຢ່າງຂອງຄວາມກ້າຫານ, ຫົວຄິດປະດິດສ້າງ ແລະ ມີຄວາມເຂັ້ມແຂງເປັນເຈົ້າຕົນເອງ ເພື່ອສົ່ງເສີມສິດທິ ແລະ ພັດທະນາ ເດັກ ລາວໃນດ້ານຕ່າງໆ ໃຫ້ກາຍເປັນເດັກທີ່ມີຄວາມຮູ້ຄວາມສາມາດ, ມີສຸຂະພາບແຂງແຮງ, ຮູ້ປົກປັກຮັກສາສິ່ງແວດລ້ອມ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ເປັນອະນາຄົດທີ່ສົດໃສຂອງຊາດ
ບກ: ໄພຈິດ
ຂ່າວ-ພາບ: ຂິດ




