ປ່າໄມ້ ຄືຄຳຂຽວຂອງຊາດ

     ວັນທີ 1 ມິຖຸນາ 2026 ຢູ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດພິທີປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ໂດຍການເຂົ້າຮ່ວມໂດຍສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ, ມີສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ 4 ກົມໃຫຍ່, ຫ້ອງວ່າການ, ຄະນະປົກຄອງເມືອງໄຊເສດຖາ, ແນວລາວສ້າງຊາດ, ບັນດາບໍລິສັດ, ພໍ່ແມ່ຜູ້ປົກຄອງ, ພ້ອມດ້ວຍພະນັກງານ-ນັກຮົບ ແລະ ນ້ອງນ້ອຍນັກຮຽນ ໂຮງຮຽນວັດທະນະທຳຊົນ ເຜົ່າກອງທັບ ເຂົ້າຮ່ວມ;
     ໃນພິທີ, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະ ນະທຳຊົນເຜົ່າກອງທັບ ໄດ້ກ່າວຈຸດປະສົງຄວາມໝາຍຄວາມສຳຄັນໃນການປູກຕົ້ນໄມ້ແຫ່ງຊາດ ເພື່ອປູກຈິດສຳນຶກໃຫ້ແກ່ນ້ອງໆເຍົາວະຊົນ, ພະນັກງານ-ນັກຮົບ, ຄູອາຈານ ເຫັນໄດ້ເຖິງຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມ ໂດຍການຮ່ວມແຮງຮ່ວມໃຈກັນປູກຕົ້ນໄມ້ ເພື່ອເພີ່ມພື້ນທີ່ສີຂຽວໃຫ້ແກ່ໂຮງຮຽນ ເຊິ່ງກິດຈະກຳປູກຕົ້ນໄມ້ນີ້ ເປັນສັນຍະລັກແຫ່ງການຮັກສາທຳມະຊາດ ແລະ ສ້າງຄວາມຮົ່ມເຢັນ ທັງເປັນການສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ຂອງອົງການປົກຄອງແຕ່ລະຂັ້ນ-ສູນກາງຮອດທ້ອງຖິ່ນ, ຂະແໜງການສຶກສາ ແລະ ໂຮງຮຽນ ທີ່ຮ່ວມກັນບຳລຸງສ້າງຮັກສາທັງ “ຊັບພະ ຍາກອນມະນຸດ” ແລະ “ຊັບພະຍາກອນທຳມະຊາດ” ໃຫ້ເຕີບໃຫຍ່ຢ່າງຍືນຍົງໄປພ້ອມໆກັນ;
     ເນື່ອງໃນໂອກາດເຂົ້າຮ່ວມພິທີ, ທ່ານຮອງປະທານ ສນຊ ໄດ້ເນັ້ນຕື່ມວ່າ: ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ( 1 ມິຖຸນາ 1980 – 1 ມິຖຸນາ 2026 ) ເຊິ່ງກົງກັບວັນເດັກນ້ອຍສາກົນ ແມ່ນເປັນກິດຈະກໍາໜຶ່ງ ທີ່ທຸກອົງການຈັດຕັ້ງພາກລັດ ແລະ ເອກະຊົນ ຈັດຂຶ້ນທຸກໆປີໃນທົ່ວປະເທດ; ການປູກຕົ້ນໄມ້ໃນມື້ນີ້, ບໍ່ພຽງແຕ່ເປັນການເພີ່ມເນື້ອທີ່ສີຂຽວ ແລະ ປັບປຸງພູມສັນຖານໃຫ້ສວຍງາມເທົ່ານັ້ນ, ແຕ່ຍັງເປັນການສ້າງຊັບພະຍາກອນທໍາມະຊາດອັນລ້ຳຄ່າ, ເປັນການຫຼຸດຜ່ອນມົນລະພິດ ແລະ ສ້າງສິ່ງແວດລ້ອມທີ່ດີ ໃຫ້ແກ່ຄົນຮຸ່ນຫຼັງ ກໍຄືນ້ອງໆເຍົາວະຊົນ-ອະນຸຊົນ ທີ່ຈະເຕີບໃຫຍ່ຂື້ນມາເປັນເສົາຄໍ້າ ຂອງຊາດ ໃນອະນາຄົດ; ເພື່ອແນໃສ່ເຮັດໃຫ້ອັດຕາປົກຫຸ້ມຂອງປ່າໄມ້ໃນແຕ່ລະປີເພີ່ມຂຶ້ນ, ເປັນການຟື້ນຟູຊັບພະຍາກອນປ່າໄມ້ໃຫ້ມີຄວາມອຸດົມສົມບູນ, ຂຽວງາມ, ສົ່ງເສີມວຽກງານເຕີບໂຕສີຂຽວ ແລະ ວຽກງານແກ້ໄຂການປ່ຽນແປງດິນຟ້າອາກາດ, ເພື່ອຫຼຸດຜ່ອນ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວຕາມເປົ້າໝາຍໃຫຍ່ທີ 4, ແຜນວຽກຈຸດສຸມທີ 2 ຂອງແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ X ຂອງລັດຖະບານ ໄດ້ກຳນົດໄວ້ໃຫ້ປະກົດຜົນເປັນຈິງ; ພ້ອມທັງເປັນການຮ່ວມແຮງຮ່ວມໃຈກັນປົກປັກຮັກສາ ແລະ ຟື້ນຟູປ່າໄມ້ຕາມທິດສີຂຽວ ແລະ ຍືນຍົງ ດັ່ງຄຳໂອວາດຂອງທ່ານ ປະທານ ໄກສອນ ພົມວິຫານ ທີ່ວ່າ: “ປ່າໄມ້ ຄືຄຳຂຽວຂອງຊາດ”, ຈົ່ງເຊີດຊູສະຕິຮັກ ແລະ ຫວງແຫນຊັບພະຍາປ່າໄມ້ ປະກອບສ່ວນໃນການປູກໄມ້ ແລະ ຟື້ນຟູປ່າ ໄປຄຽງຄູ່ກັບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ອັນເປັນມໍລະດົກ ແລະ ຊັບສົມບັດ ຂອງວົງຄະນະຍາດແຫ່ງຊາດ ໃຫ້ນັບມື້ມີຄວາມອຸດົມສົມບູນ ແລະ ຍືນຍົງ ໂດຍບໍ່ມີວັນບົກແຫ້ງ.
ບກ: ອຸດອນ
ຂ່າວ ແລະ ພາບ: ພ.ພຽງ