ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານທູດສິງກະໂປ

​ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອົງ ສິວ ເກ(Ong Siew Gay), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ, ໃນວັນທີ 5 ມິຖຸນາ 2026 ນີ້ ທີ່ຫ້ອງຮັບແຂກ ສູນກາງແນວລາວສ້າງຊາດ.
​ ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ສິງກະໂປ ທີ່ມີມາຢ່າງຍາວນານ ແລະ ນັບມື້ໄດ້ຮັບການພັດທະນາໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະແມ່ນການຍູ້ແຮງພັດທະນາຄວາມເຂັ້ມແຂງໃຫ້ພະນັກງານໃນຫຼາຍຂົງເຂດ. ພ້ອມກັນນັ້ນ, ທ່ານ ຍັງໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການແນວລາວສ້າງຊາດ ໂດຍສັງເຂບ ໃຫ້ທ່ານທູດໄດ້ຮັບຊາບ.
ໂອກາດນີ້, ​ທ່ານ ອົງ ສິວ ເກ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ປະທານສູນກາງແນວລາວສ້າງຊາດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ທ່ານ ໄດ້ຍົກໃຫ້ເຫັນສະພາບລວມໃນການພັດທະນາເສດຖະກິດ-ສັງຄົມ ຂອງສິງກະໂປໂດຍຫຍໍ້ ພ້ອມທັງໄດ້ລາຍງານກ່ຽວກັບການພົວພັນຮ່ວມມືຂອງສອງປະເທດ ລາວ-ສິງກະໂປ ໃຫ້ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ໄດ້ຮັບຊາບ. ພ້ອມນີ້, ທັງສອງທ່ານກໍ່ໄດ້ພ້ອມກັນແລກປ່ຽນກ່ຽວກັບບົດບາດ, ໜ້າທີ່, ທ່າແຮງ ແລະ ແຜນການ ທີ່ຈະສຶບຕໍ່ພົວພັນຮ່ວມມືໃນຕໍ່ໜ້າຕື່ມອີກ.
ຂ່າວ+ພາບ: ເຢ+ລິຂິດ
ບກ: ອຸດອນ