ວັນທີ 5 ມິຖຸນາ 2026 ທີ່ສູນກາງແນວລາວສ້າງຊາດ, ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ມາກ ກາລາເຮີ, ເອກອັກຄະລັດຖະທູດ ສະຫະພາບເອີຣົບ (EU) ປະຈຳ ສປປ ລາວ.
ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານທູດ, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນີ້, ທ່ານປະທານ ສນຊ ໄດ້ຍົກໃຫ້ເຫັນພາລະບົດບາດ, ໜ້າທີ່ຂອງແນວລາວສ້າງຊາດ ໃນການປະກອບສ່ວນ ພັດທະນາສ້າງສາປະເທດຊາດ ໂດຍສະເພາະ ການເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ໂດຍສັງເຂບ ແລະ ໄດ້ສະແດງຄວາມຊົມເຊີຍ ຕໍ່ການຮ່ວມມືໃນໄລຍະຜ່ານມາ, ໂດຍສະເພາະແມ່ນ ການສະໜັບສະໜູນຊ່ວຍເຫຼືອຂອງ EU ໃນວຽກງານການພັດທະນາຊັບພະຍາກອນມະນຸດ, ການແກ້ໄຂບັນຫາຄວາມທຸກຍາກ ແລະ ການສົ່ງເສີມວຽກງານສັງຄົມຕ່າງໆ.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ສະຫະພາບເອີຣົບ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນວ່າ ສະຫະພາບເອີຣົບ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ພ້ອມທັງຈະສືບຕໍ່ ໃຫ້ການສະໜັບສະໜູນວຽກງານຮ່ວມມືກັບສູນກາງແນວລາວສ້າງຊາດ ໃນວຽກງານຕ່າງໆ ທີ່ອຳນວຍປະໂຫຍດສູງໃຫ້ແກ່ສັງຄົມ ໃນຫຼາຍກິດຈະກໍາຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງທັງສອງຝ່າຍ.
ບກ: ອຸດອນ
ພາບ+ຂ່າວ: ຂິດ, ເຢ້


