ກອງປະຊຸມຄະນະປະຈໍາ ສນຊ ເດືອນ ມິຖຸນາ 2026

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 11 ມິຖຸນາ 2026 ທີ່ ສູນກາງແນວລາວສ້າງຊາດ(ສນຊ) ໂດຍການເປັນປະທານກອງປະຊຸມຂອງທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັນສູນກາງ, ມີຄະນະປະຈໍາ ແລະ ຫົວໜ້າກົມເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ຂອງຄະນະປະຈໍາ ສນຊ ເດືອນຜ່ານມາ ແລະແຜນວຽກງານຈຸດສຸມໃນຕໍ່ໜ້າ, ຮັບຟັງຮ່າງແຜນດໍາເນີນງານຂອງຄະນະກໍາມະການ ສນຊ ສະໄໝທີ XII, ຮ່າງແຜນການກະກຽມດໍາເນີນກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະພັກ ສນຊ ຄັ້ງທີ VI ແລະ ຫົວຂໍ້ວຽກງານອື່ນໆທີ່ສໍາຄັນປິ່ນອ້ອມຈໍານວນໜຶ່ງ; ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນແລກປ່ຽນຄໍາເຫັນຕໍ່ແຕ່ລະຫົວຂໍ້ ແລະ ຮັບຟັງທິດຊີ້ນໍາຂອງທ່ານປະທານ ສນຊ.

ຂ່າວ+ຮູບ: ດວງ

ບກ: ພ.ບຸບຜາ