ພິທີມອບ-ຮັບ ພຣະໄຕປິດົກ ເຂົ້າໄວ້ທີ່ຫໍມູນເຊື້ອແນວລາວສ້າງຊາດ

ວັນທີ 26 ມີຖຸນາ 2026, ທີ່ຫໍມູນເຊື້ອສູນກາງແນວລາວສ້າງຊາດ, ໄດ້ຈັດພິທີມອບ-ຮັບ ພຣະໄຕປິດົກ ເພື່ອອັນເຊີນເຂົ້າໄວ້ທີ່ຫໍມູນເຊື້ອແນວລາວສ້າງຊາດ ຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມໃນພິທີ ມີທ່ານ ນາງ ສີພະຈັນ ນັນທະວົງສາ ຄະນະປະຈຳ ສນຊ, ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານຜູ້ບໍ່ປະຈຳການ ສູນກາງແນວລາວສ້າງຊາດ, ພ້ອມດ້ວຍບັນດາພະເຖລານຸເຖລະ, ມີທ່ານຫົວໜ້າກົມສາສະໜາ, ຫົວໜ້າກົມໂຄສະນາ, ຮອງຫົວໜ້າກົມ, ຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ
ໃນພິທີ, ຜູ້ຕາງໜ້າຄະນະຜູ້ມີຈິດສັດທາໄດ້ກ່າວມອບພຣະໄຕປິດົກຢ່າງເປັນທາງການ, ເຊິ່ງເປັນປຶ້ມຄຳສັ່ງສອນອັນສູງສົ່ງທາງພຸດທະສາສະໜາ ເພື່ອໃຫ້ເປັນມິ່ງຂວັນ ແລະ ເປັນແຫຼ່ງຂໍ້ມູນທາງດ້ານວັດທະນະທຳ-ຈິດວິນຍານ ປະຈຳຫໍມູນເຊື້ອແນວລາວສ້າງຊາດ.
ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວຮັບພຣະໄຕປິດົກດັ່ງກ່າວ ພ້ອມທັງສະແດງຄວາມຂອບໃຈຕໍ່ຄະນະຜູ້ມີຈິດສັດທາ. ທ່ານເນັ້ນຢ້ຳວ່າ ການອັນເຊີນພຣະໄຕປິດົກມາປະດິດສະຖານໄວ້ທີ່ຫໍມູນເຊື້ອແຫ່ງນີ້ ມີຄວາມໝາຍສຳຄັນຍິ່ງ ໃນການອະນຸລັກຮັກສາຄຸນຄ່າທາງພຸດທະສາສະໜາ ໃຫ້ຄົນລຸ້ນຫຼັງໄດ້ສຶກສາຮຽນຮູ້ ແລະ ເປັນການສົ່ງເສີມວັດທະນະທຳອັນດີງາມຂອງຊາດລາວ ໃຫ້ຍືນຍົງຕະຫຼອດໄປ.