ວັນທີ 26 ມິຖຸນາ 2026 ນີ້, ຫ້ອງການ ສູນກາງແນວລາວສ້າງຊາດ ຮ່ວມກັບ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຕີໄພ ໄດ້ຝຶກອົບຮົມຄວາມຮູ້ພື້ນຖານໃນການສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ພະນັກງານສູນກາງແນວລາວສ້າງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ດາວຽງສັກ ຫວ່າງວິຈິດ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ພັທ ສອນເພັດ ແດງຊື່ນ ຫົວໜ້າພະແນກໂຄສະນາ, ກົມສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາທ່ານຫົວໜ້າກົມ-ຮອງຫົວໜ້າກົມ, ຫ້ອງການ ຕະຫຼອດຮອດພະນັກງານແນວລາວສ້າງຊາດເຂົ້າຮ່ວມ ທີ່ສູນກາງແນວລາວສ້າງຊາດ.
ພິທີຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດ ກ່ຽວກັບການນຳໃຊ້ອຸປະກອນມອດໄຟປະເພດຕ່າງໆ ໂດຍສະເພາະການນຳໃຊ້ຖັງດັບເພີງໃຫ້ຖືກວິທີ ເຊັ່ນ ວິທີຖອນສະຫຼັກນິລະໄພ, ການຈັບຫົວສີດໃຫ້ຖືກທິດທາງ, ການເລັງໄປຍັງແປວໄຟ ແລະ ການກົດຄັນບີບພ້ອມກວາດຫົວສີດໄປມາ ເພື່ອດັບແປວໄຟໃຫ້ມີປະສິດທິຜົນ. ນອກຈາກນັ້ນ ຍັງໄດ້ຝຶກປະຕິບັດວິທີການມອດໄຟທີ່ເກີດຈາກຖັງແກັສ ໂດຍຮຽນຮູ້ວິທີການປິດວາວແກັສຢ່າງປອດໄພ, ການນຳໃຊ້ຖັງດັບເພີງໃຫ້ເໝາະສົມກັບປະເພດໄຟ, ການປະເມີນສະຖານະການກ່ອນເຂົ້າຄວບຄຸມເຫດ ແລະ ວິທີການອົບພະຍົບອອກຈາກພື້ນທີ່ເມື່ອເຫດການຢູ່ນອກເໜືອການຄວບຄຸມ. ການຝຶກອົບຮົມຄັ້ງນີ້ ຊ່ວຍໃຫ້ຜູ້ເຂົ້າຮ່ວມມີຄວາມຮູ້, ຄວາມເຂົ້າໃຈ ແລະ ສາມາດນຳທັກສະທີ່ໄດ້ຮຽນໄປນຳໃຊ້ໃນສະຖານະການຈິງ ເພື່ອຫຼຸດຜ່ອນຄວາມສູນເສຍ ຊັບສິນ ລວມທັງສ້າງຄວາມພ້ອມໃນການຮັບມືເຫດອັກຄີໄພໄດ້ຢ່າງມີປະສິດທິຜົນ.


