ທ່ານ ປອ ວິລະພົງ ພົມດວງສີ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ທີ່ຄະນະໂຄສະນາອົບຮົມສູນກາງພັກ ໃນຕອນເຊົ້າວັນທີ 3 ກໍລະກົດ 2026. ໃນກອງປະຊຸມເປັນກຽດເຂົ້າຮ່ວມໂດຍ ທ່ານພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ທ່ານ ປອ ຄໍາພັນ ເຜີຍຍະວົງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະພັກ-ຄະນະປະຈໍາ ພະນັກງານຫລັກແຫຼ່ງ ຂອງກະຊວງ-ອົງການ ອ້ອມຂ້າງສູນກາງ ແລະ ພະນັກງານສະຖານທູດຈີນ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ໃນນາມສ່ວນຕົວ ໄດ້ໃຫ້ກຽດຂຶ້ນອ່ານສານອວຍພອນຄະນະບໍລິຫານງານພັກກອມມູນິດຈີນ, ຈາກນັ້ນ ທ່ານ ນາງ ຟາງຫົງ ໄດ້ໃຫ້ກຽດຂຶ້ນກ່າວສູນທອນພົດ ໂດຍທ່ານໄດ້ຍົກໃຫ້ເຫັນ 4 ເນື້ອໃນໃຫຍ່ທີ່ສໍາຄັນເປັນຕົ້ນ: 1) ຢຶດໜັ້ນການນໍາພາຂອງພັກ ແມ່ນການຄໍ້າກະກັນພື້ນຖານ ທີ່ພາໃຫ້ພາລະກິດສັງຄົມນິຍົມ ກ້າວໄປສູ່ໄຊຊະນະຢ່າງບໍ່ຢຸດຢັ້ງ; 2) ການທີ່ຈະສ້າງພັກມາດຊິດທີ່ກໍາອໍານາດແບບໃດ?ແນວໃດ? 3) ການສ້າງສາ ແລະ ການປະຕິບັດຕາມທັດສະນະຜົນງານການເມືອງອັນຖືກຕ້ອງ ແມ່ນການຄໍ້າປະກັນອັນສໍາຄັນ ໃນການຊຸກຍູ້ການຂະຫຍາຍຕົວໃນພາລະກິດສັງຄົມນິຍົມ ແລະ 4) ການຮ່ວມກັນສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນ ໃນທຸກສະພາບການ ໃນຍຸກໃໝ່. ຈາກນັ້ນ ທ່ານ ປອ ຄໍາພັນ ເຜີຍຍະວົງ ແລະ ທ່ານ ປອ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າ ຄອສພ ກໍ່ໄດ້ໃຫ້ກຽດຂຶ້ນກ່າວຄໍາເຫັນ ແລະ ປະກອບຄໍາເຫັນ ຢ່າງມີເນື້ອໃນ ຄວາມໝາຍສໍາຄັນ ຕໍ່ກອງປະຊຸມດັ່ງກ່າວ. ພ້ອມກັນນີ້ຍັງໄດ້ຮັບຊົມວິດີໂອສັ້ນກ່ຽວກັບການກຳເນີດ, ເຕີບໃຫຍ່, ຜົນງານການນຳພາຂອງພັກກອມມູນິດຈີນຕະຫຼອດໜື່ງສະຕະວັດກວ່າຜ່ານມາໂດຍສະເພາະ ຜົນການນຳພາໃນຍຸກສະໄໝໃໝ່ ທີ່ມີສີສັນພິເສດຂອງຈີນ.


