
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ໄດ້ຈັດກອງປະຊຸມສຳມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ແກ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້:” ເພີ່ມທະວີການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ” ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 13 ກໍລະກົດ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ; ໃຫ້ກຽດເປັນປະທານກອງປະຊຸມໂດຍ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງ ສູນກາງພັກ ປະທານສູນກາງແນວລາວສ້າງຊາດ ປະທານສະພາທິດສະດີສູນກາງພັກ, ມີສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ , ຮອງປະທານສະພາທິດສະດີສູນກາງພັກ, ພ້ອມດ້ວຍບັນດາສະຫາຍເລຂາທິການສູນກາງພັກ, ກໍາມະການ ສູນກາງພັກ, ມີບັນດາການນໍາພັກ-ລັດ, ຫົວໜ້າໂຄສະນາ-ສື່ມວນຊົນ ແລະ ສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ ຂອງທຸກພາກສ່ວນພ້ອມດ້ວຍພະນັກງານບຳນານທີ່ເປັນອະດີດຫົວໜ້າສື່ມວນຊົນທົ່ວປະເທດ ເຂົ້າຮ່ວມ.

ກອງປະຊຸມໄດ້ພ້ອມກັນເຊື່ອມຊຶມ 3 ເອກະສານສຳຄັນເປັນຕົ້ນ: 1) ເພີ່ມທະວີບົດບາດການນຳພາຂອງພັກ ຕໍ່ສື່ມວນຊົນໃນໄລຍະໃໝ່. 2) ຈັນຍາບັນຂອງສື່ມວນຊົນ ແລະ 3) ບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຮັບໃຊ້ການເຄື່ອນໄຫວວຽກງານສື່ມວນຊົນຢູ່ປະເທດເຮົາ ເຊິ່ງເປັນກຽດສະເໜີເອກະສານໂດຍສະຫາຍ ກິແກ້ວ ໄຂຄໍາພິທູນ ແລະ ສະຫາຍ ປອ ຄຳມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າ ຄອສພ; ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕາມຄຳຖາມເຈາະຈີ້ມ ແລະ ຄວາມປັນຈິງຢ່າງກົງໄປກົງມາ ແລະ ສ້າງສັນ.
ພ້ອມກັນນິ້; ການນໍາພັກ-ລັດ, ຄະນະຮັບຜິດຊອບ ແລະ ຜູ້ແທນກອງປະຊຸມ ຍັງໄດ້ຢ້ຽມຊົມຮ້ານວາງສະແດງຜະລິດຕະ ພັນສື່ມວນຊົນທີ່ເປັນຜົນງານຂອງບັນດາສື່ພາກສ່ວນຕ່າງໆ ແລະຢ້ຽມຊົມການວາງສະແດງຮູບພາບຜົນງານການເຄື່ອນ ໄຫວວຽກງານສື່ມວນຊົນທົ່ວປະເທດ ໃນໂອກາດດໍາເນີນກອງປະຊຸມດັ່ງກ່າວຕື່ມອີກ.


