ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ລະຫວ່າງວັນທີ 14-15 ກໍລະກົດ 2026 ທີ່ຫໍປະຊຸມແຫ່ງຊາດ ທ່ານ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ໄດ້ຂຶ້ນປະກອບຄຳເຫັນຕໍ່ກອງປະຊຸມດັ່ງກ່າວ ໃນຫົວຂໍ້ “ການນຳໃຊ້ພາຫະນະສື່ມວນຊົນ ໃນການປຸກລະດົມທົ່ວປວງຊົນລາວທັງຊາດ ເຂົ້າຮ່ວມປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ”, ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມເປັນເອກະພາບກັບຮ່າງບົດສະຫລຸບຕີລາຄາຜົນງານການເຄື່ອນໄຫວວຽກງານສື່ມວນຊົນ ໄລຍະຜ່ານມາ ຕາມມະຕິ ເລກທີ 36/ກມສພ ແລະ ກົດໝາຍວ່າດ້ວຍສື່ມວນຊົນ ສະບັບປີ 2016 ແລະ ທິດທາງ 5 ປີຕໍ່ໜ້າ(2026-2030) ຈາກນັ້ນ, ທ່ານໄດ້ຍົກໃຫ້ເຫັນ 4 ເນື້ອໃນສໍາຄັນເປັນຕົ້ນ: 1) ຄວາມສໍາຄັນຂອງວຽກງານສື່ມວນຊົນ; 2) ຜົນການຈັດຕັ້ງປະຕິບັດວຽກງານສື່ມວນຊົນໄລຍະຜ່ານມາທັງອັນລວມ ແລະສະເພາະຂົງເຂດແນວລາວສ້າງຊາດ ເຊິ່ງນັບແຕ່ປີ 1997ເປັນຕົ້ນມາ ຄະນະພັກ ສນຊ ໄດ້ສ້າງຕັ້ງ ວາລະສານ ລາວສ້າງຊາດ , ລາຍການວິທະຍຸ ເມືອງລາວຄົນລາວ, ລາຍການໂທລະພາບ ລາວສ້າງຊາດ, ໜັງສືພິມ ສາມັກຄີ ແລະພັດທະນາ, ເວັບໄຊ: lfnd, ຢູທູບ ແລະ ເຟສບຸກ-ເພຈ: ຂ່າວສານແນວໂຮມ ເພື່ອເປັນກະບອກສຽງໃຫ້ຄະນະພັກຄະນະປະຈໍາ, ກໍາມະການ ສນຊ ແລະ ແນວລາວສ້າງຊາດທ້ອງຖິ່ນ ໃນການໂຄສະນາແນວທາງ ນະໂຍບາຍ ມະຕິຂອງພັກ ນິຕິກໍາຂອງລັດ ແນວທາງການເຕົ້າໂຮມຄວາມສາມັກຄີປອງດອງຂອງແນວລາວສ້າງຊາດ ຕາມພາລະບົດບາດ, 3) ທ່ານໄດ້ຕິລາຄາຂໍ້ຄົງຄ້າງ ແລະຄວາມຫຍຸ້ງຍາກໃນການປະຕິບັດໜ້າທີ່ວຽກງານສື່ມວນຊົນຜ່ານມາ ແລະ 4) ບາງຈິດໃຈ ໃນການວາງທິດທາງນໍາພາຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານສື່ມວນຊົນໃນຕໍ່ໜ້າ ໂດຍເນັ້ນວ່າ: 1) ສະເໜີໃຫ້ລັດຖະບານເພີ່ມທະວີການລົງທຶນໃນການພັດທະນາບຸກຄະລາກອນສື່ມວນຊົນ ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະໃນການນຳໃຊ້ເທັກໂນໂລຊີທັນສະໄໝ; (2) ສ້າງເງື່ອນໄຂ ແລະ ໂອກາດໃຫ້ນັກສື່ມວນຊົນໄດ້ສຶກສາ, ຄົ້ນຄວ້າ ແລະ ພັດທະນາຕົນເອງຢ່າງຕໍ່ເນື່ອງ; (3) ຈັດສັນງົບປະມານ ແລະ ຈັດຫາອຸປະກອນທີ່ຈຳເປັນ ເພື່ອຮອງຮັບການປະຕິບັດວຽກງານສື່ມວນຊົນໃຫ້ມີປະສິດທິຜົນ; (4) ສົ່ງເສີມການນຳໃຊ້ເທັກໂນໂລຊີໃໝ່ ແລະ ປັນຍາປະດິດ (AI) ໃນວຽກງານສື່ສານ; ແລະ (5) ສົ່ງເສີມໃຫ້ນັກສື່ມວນຊົນປະກອບສ່ວນຢ່າງຕັ້ງໜ້າ ໃນການໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ ແລະ ລັດ, ພ້ອມທັງປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຂ່າວ-ຮູບ: ລີ
ບກ: ພ.ບຸບຜາ


