5 ອົງການ ຮ່ວມກຳນົດທິດທາງ ເພື່ອຫັນ “ມະຕິ 4 ຮ່ວມ” ໃຫ້ເກີດຜົນເປັນຮູບປະທຳຕົວຈິງ

    ໃນວັນທີ 16 ກໍລະກົດ 2026, ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອຜັນຂະຫຍາຍຈິດໃຈຊີ້ນຳ ວຽກງານພົ້ນເດັ່ນ ປະຈຳໄຕມາດ I-II ແລະ ວາງແຜນຈຸດສຸມ ໄຕມາດ III ປີ 2026. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ດາວຽງສັກ ຫວ່າງວິຈິດ, ຮອງປະທານ ສນຊ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການພາຄີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
     ໃນວາລະກອງປະຊຸມໄດ້ຮ່ວມກັນພິຈາລະນາ “ຮ່າງແຜນຜັນຂະຫຍາຍມະຕິຮ່ວມ” ລະຫວ່າງ 5 ອົງການ ຈັດຕັ້ງ ຄື: ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສູນກາງສະຫະພັນກຳມະບານລາວ, ສູນກາງສະຫະພັນແມ່ຍິງລາວ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.
     ການຮ່ວມມືຄັ້ງນີ້ ເປັນບາດກ້າວເດີນທີ່ສຳຄັນ ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ຫັນເອົາ “ມະ ຕິ 4 ຮ່ວມ” ໄປເປັນແຜນງານ, ໂຄງການ ທີ່ແທດເໝາະກັບສະພາບຕົວຈິງ. ປ່ຽນຈາກຕົວໜັງສື ໃຫ້ກາຍເປັນການກະທຳ ທີ່ເຮັດໃຫ້ພະນັກງານຫຼັກແຫ່ຼງ ແລະ ລັດຖະກອນ ທຸກຂັ້ນສາມາດກຳແໜ້ນ ແລະ ນຳໄປຈັດຕັ້ງປະຕິບັດໄດ້ຢ່າງກວ້າງຂວາງ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນລະດົມສະໝອງ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອໃຫ້ຮ່າງແຜນການດັ່ງກ່າວ ມີເນື້ອໃນຄົບຖ້ວນສົມບູນ ແລະ ພ້ອມທີ່ຈະຈັດຕັ້ງປະຕິບັດ ໃຫ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ບກ: ພ.ພຽງ
ບກ: ຂ່າວ+ພາບ: ແສງຫຼ້າ-ສຸກສຳລານ