ທ່ານ ປອ. ດາວຽງສັກ ຫວ່າງວິຈິດ ຮອງປະທານ ສນຊ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຈາກ ບໍລິສັດ ລາວອິນເຕີ-ລໍ ຈຳກັດ ໃນຖານະເປັນຜູ້ຮ່ວມມືວຽກງານທີ່ປຶກສາທາງດ້ານກົດໝາຍ ແລະ ການລົງທຶນກັບ ສາທາລະນະລັດ ເກົາຫຼີ, ນຳພາໂດຍ ພຣະອາຈານ ກີມ ໂດກຸນ ເຈົ້າອາວາດ ວັດໂບກັກຊາ ແຫ່ງ ສ ເກົາຫຼີ ພ້ອມດ້ວຍຄະນະ ເຂົ້າຢ້ຽມຄຳນັບ ໃນວັນທີ 24 ກໍລະກົດ 2026 ນີ້,.
ໃນໂອກາດອັນສະຫງ່າລາສີນີ້, ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການ ມາຢ້ຽມຢາມ ສປປ ລາວ ຂອງຄະນະ ພ້ອມທັງຊົມເຊີຍຜົນງານ ແລະ ບົດບາດຂອງ ບໍລິສັດ ລາວອິນເຕີ-ລໍ ຈຳກັດ ທີ່ໄດ້ປະຕິບັດໜ້າທີ່ເປັນຂົວຕໍ່ອັນສຳຄັນ ໃນການສົ່ງເສີມການລົງທຶນ ແລະ ການຮ່ວມມືດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ໂດຍສະເພາະແມ່ນການປະສານງານວຽກງານທີ່ປຶກສາທາງດ້ານກົດໝາຍ ແລະ ການເຊື່ອມທາງດ້ານວັດທະນະທຳ-ຈິດໃຈ.
ບກ: ໄພຈິດ
ຂ່າວ+ພາບ: ຂິດ, ສຸກສຳລານ



