ຄະນະຜູ້ແທນສູນກາງແນວລາວສ້າງຊາດ (ສນຊ) ນໍາໂດຍ ທ່ານ ບຸນທະວີ ພອນທະສິນ ຮອງຫົວໜ້າກົມສາ ສະໜາ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກໄທ ໃນລະຫວ່າງວັນທີ 3-6 ສິງຫາ 2026;
ເພື່ອເສີມສ້າງສາຍພົວພັນມິດຕະພາບອັນດີງາມ ແລະ ການຈັດຕັ້ງປະຕິບັດ ບົດບັນທຶກຊ່ວຍຈໍາ (MOU) ວ່າດ້ວຍການຮ່ວມມືດ້ານວຽກງານພຸດທະສາສະໜາ ລະຫວ່າງ ກົມສາສະໜາ ສນຊ (ສປປ ລາວ) ແລະ ສໍານັກງານພຣະພຸດທະສາສະໜາແຫ່ງຊາດ (ຣາຊະອານາຈັກໄທ) ທີ່ໄດ້ລົງນາມຮ່ວມກັນ ໃນວັນທີ 4 ເມສາ 2023. ໃນຕອນເຊົ້າຂອງວັນທີ 4 ສິງຫາ 2026, ໄດ້ມີພິທີພົບປະ ແລະ ແລກປ່ຽນບົດຮຽນຢ່າງ ເປັນທາງການ ໂດຍການຕ້ອນຮັບ ຂອງ ທ່ານ ນາງ ພັດຊະລິນ ພັດທອງ, ຜູ້ກວດຣາດຊະການ ສໍານັກ ງານພຣະພຸດທະສາສະໜາແຫ່ງຊາດໄທ. ທັງສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນໃນຫຼາຍບັນຫາສໍາຄັນ, ເປັນຕົ້ນແມ່ນ: ພາລະບົດບາດ ແລະ ໜ້າທີ່ ຂອງສໍານັກງານພຣະພຸດທະສາສະໜາແຫ່ງຊາດ ໄທ ໃນການຄຸ້ມຄອງພຣະສົງ, ການບໍລິຫານຈັດການທາງດ້ານ ສາສະໜາສົມບັດ ແລະ ມາດຕະຖານເງື່ອນໄຂພຣະທໍາມະທູດ ທີ່ຈະໄປເຜີຍແຜ່ຫຼັກສິນທຳ ຢູ່ຕ່າງປະເທດ; ໃນໂອກາດນີ້, ທ່ານ ນາງ ພັດຊະລິນ ພັດທອງ ໄດ້ຍົກໃຫ້ເຫັນ ຂັ້ນຕອນ, ລະບຽບການອະນຸຍາດ ແລະ ການສົ່ງເສີມກິດຈະກໍາ ຂອງສາສະໜາອື່ນໆ ທີ່ເຄື່ອນໄຫວຢູ່ຣາຊະອານາຈັກໄທ ໂດຍສະເພາະ ດ້ານໂຄງສ້າງການບໍລິຫານ: ຄວາມແຕກຕ່າງດ້ານການຈັດຕັ້ງ ລະຫວ່າງ ສໍານັກງານພຣະພຸດທະສາສະໜາແຫ່ງຊາດ ແລະ ກົມການສາສະໜາ ກະຊວງວັດທະນະທໍາໄທ ແລະ ການຄຸ້ມຄອງສາສະໜາອື່ນໆ;
ໃນໂອກາດນີ້, ຄະນະຜູ້ແທນ ສນຊ ຍັງໄດ້ເດີນທາງໄປຢ້ຽມຢາມ ທັດສະນະສຶກສາ ຢູ່ມະຫາວິທະຍາໄລມະຫາມະກຸດຣາດສະວິທະຍາໄລ ແລະ ສາສະນະສະຖານ ທີ່ສໍາຄັນ ໃນກຸງເທບມະຫານະຄອນ ແລະ ຢ້ຽມຢາມໂຮງຮຽນປະລິຍັດຕິທໍາ ຢູ່ຈັງຫວັດຊົນບູລີ ເຊິ່ງເປັນສະຖານທີ່ທີ່ມີພຣະສົງລາວ ເດີນທາງໄປສຶກສາຮ່ຳຮຽນ ເພື່ອຕິດຕາມ ແລະ ແລກປ່ຽນຂໍ້ມູນກ່ຽວກັບ ການສຶກສາ ແລະ ການດຳລົງຊີວິດຂອງພຣະສົງພຣະສົງລາວ.


