ຄະນະກຳມະການ ສນຊ ຢ້ຽມຢາມຫໍມູນເຊື້ອແນວລາວສ້າງຊາດ.

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026), ຄະນະກຳມະການສູນກາງແນວລາວສ້າງຊາດ ( ສນຊ ) ນໍາພາໂດຍ ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ກຳມະການກົມການ ເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໄດ້ຢ້ຽມຊົມ ຫໍມູນເຊື້ອແນວລາວສ້າງຊາດ, ໄດ້ຮັບການຕ້ອນຮັບ ແລະ ບັນລະຍາຍໂດຍ ທ່ານ ນາງແພງພັນ ບຸບພາພອນ ຄະນະປະຈໍາ, ຫົວໜ້າກົມໂຄສະນາ ສູນກາງແນວລາວສ້າງຊາດ.
ທ່ານປະທານ ສນຊ ໄດ້ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫລໍ່ ທ່ານປະທານ ສຸພານຸວົງ ເພື່ອສະແດງເຖິງຄວາມເຄົາລົບ ແລະ ຮູ້ບຸນຄຸນຂອງເພິ່ນ, ຈາກນັ້ນ ຄະນະກໍໄດ້ຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ ໂດຍແບ່ງເປັນ 4 ພາກ ຄື: ພາກປະເທດລາວ ຄົນລາວເປັນເຈົ້າຂອງ, ພາກແນວລາວອິດສະຫຼະ, ພາກແນວລາວຮັກຊາດ ແລະ ພາກແນວລາວສ້າງຊາດ ພ້ອມດ້ວຍວັດຖຸພັນທີ່ກ່ຽວຂ້ອງ ເຊິ່ງສະແດງເຖິງປະຫວັດຄວາມເປັນມາ, ມູນເຊື້ອອັນສະຫງ່າລາສີ ແລະ ຜົນງານທີ່ພົ້ນເດັ່ນ ຂອງແນວລາວອິດສະຫຼະ, ແນວລາວຮັກຊາດໃນເມື່ອກ່ອນ ແລະ ແນວລາວສ້າງຊາດໃນປັດຈຸບັນ, ໃນວັນທີ 13 ສິງຫາ 2026 ທີ່ຫໍມູນເຊື້ອແນວລາວສ້າງຊາດ.