ໃນວັນທີ 25 ສິງຫາ 2026, ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະກະຖາ ເຜີຍແຜ່, ເຊື່ອມຊຶມມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026)ໂດຍໃຫ້ກຽດປາຖະກະຖາ ຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີສະຫາຍ ປອ ວາລະໄຊ ເລັ່ງສະຫວັດ, ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ສໍາລັບ ສູນກາງແນວລາວສ້າງຊາດ ມີ ສະຫາຍ ນາງ ແພງພັນ ບຸບຜາພອນ ກໍາມະການຄະນະພັກ ຫົວໜ້າກົມໂຄສະນາ ພ້ອມດ້ວຍບັນດາສະຫາຍ ກໍາມະການຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານພາຍໃນ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ລາວປາວຊົ່ງ ນະວົງໄຊ ໄດ້ຍົກໃຫ້ເຫັນເຖິງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດ, ເຊິ່ງແມ່ນອົງການທີ່ສືບທອດມູນເຊື້ອອັນສະຫງ່າ ງາມ ຂອງ ແນວລາວອິດສະຫຼະ ແລະ ແນວລາວຮັກຊາດ ໃນເມື່ອກ່ອນ; ກອງປະຊຸມໃຫຍ່ ຄັ້ງທີ I ຂອງແນວລາວອິດສະຫຼະ ໄດ້ໄຂຂຶ້ນວັນທີ 13 ສິງຫາ 1950 ໄດ້ຮັບຮອງບັນຫາສໍາຄັນຕ່າງໆຂອງຊາດ, ສ້າງຕັ້ງລັດຖະບານລາວຕໍ່ຕ້ານ, ຮັບຮອງໂຄງການການເມືອງ 12 ຂໍ້, ຊື່ຂອງປະເທດ, ເພັງຊາດ ແລະ ກາໝາຍຊາດ, ສ້າງຕັ້ງໜັງສືພິມລາວອິດສະຫຼະ ແລະ ປະຕິບັດໜ້າທີ່ນໍາພາປຸກລະດົມຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຢ່າງດຸເດືອດ ແລະ ສາມາດຍາດໄດ້ໄຊນະນະໃນປີ 1954 ດ້ວຍການບັງຄັບໃຫ້ຈັກກະພັດລ່າເມືອງຂຶ້ນແບບເກົ່າ ຍອມເຊັນສັນຍາເຊີແນວ; ຫຼັງຈາກນັ້ນ ປີ 1956 ກອງປະຊຸມໃຫຍ່ແນວລາວອິດສະຫຼະ ຄັ້ງທີ II ໄດ້ໄຂຂຶ້ນ ແລະ ໄດ້ປ່ຽນຊື່ແນວລາວອິດສະຫຼະ ມາເປັນ ແນວລາວຮັກຊາດ ເພື່ອສືບຕໍ່ເປັນຄັນທຸງເຕົ້າໂຮມສາມັກຄີປະຊາຊົນລາວບັນດາເຜົ່າ ຮ່ວມສໍາພັນກັບບັນດາກໍາລັງການເມືອງທີ່ມີທ່າອ່ຽງຮັກຊາດ ໄດ້ຂະຫຍາຍສາຍສໍາພັນກັບກອງທັບ ແລະ ປະຊາຊົນ 3 ຊາດອິນດູຈີນອ້າຍນ້ອງ ຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ພາລະກິດອື່ນໆ, ເຊິ່ງໄດ້ຮັບໄປໄຊຊະນະແຕ່ນ້ອຍຫາໃຫຍ່ ເປັນກ້າວໆມາ; ສາມາດປົດປ່ອຍປະເທດຊາດ ໃນວັນທີ 2 ທັນວາ 1975; ປີ 1979 ກອງປະຊຸມໃຫຍ່ແນວລາວຮັກຊາດ ຄັ້ງທີ IV ໄດ້ໄຂຂຶ້ນ ແລະ ໄດ້ປ່ຽນຊື່ຈາກແນວລາວຮັກຊາດ ມາເປັນ ແນວລາວສ້າງຊາດ ເພື່ອແນໃສ່ສືບຕໍ່ເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າທຸກຊັ້ນຄົນ, ສາສະໜາ ແລະ ເພດໄວ, ນັບທັງຄົນເຊື້ອຊາດລາວດໍາລົງຊີວິດຢູ່ຕ່າງປະເທດ ໃຕ້ຮົ່ມທຸງປະຕິວັດ ຂອງພັກປະຊາຊົນປະຕິວັດລາວ, ພ້ອມດຽວກັນນັ້ນ, ແນວລາວສ້າງຊາດ ຍັງໄດ້ຢຶດໝັ້ນພັນທະພາບ ກັບກໍາມະກອນ, ຊາວກະສິກອນ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນທີ່ກ້າວໜ້າ, ເດັດດ່ຽວ ໜຽວແໜ້ນ, ສຶກສາອົບຮົມປະຊາຊົນ ດ້ວຍການໝູນໃຊ້ຫຼັກການອັນຖືກຕ້ອງຂອງພັກ ເຮັດໃຫ້ຂະບວນການປະຕິວັດນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ; ນອກນີ້, ແນວລາວສ້າງຊາດ ຍັງມີມູນເຊື້ອເປັນທີ່ປຶກສາແນະນໍາ ແລະ ເປັນບ່ອນໃຫ້ປະຊາຊົນໄດ້ເພິ່ງພາ, ແນວໂຮມເຮັດບົດບາດ ເປັນຂົວຕໍ່ທີ່ດີ ລະຫວ່າງພັກ-ລັດ ກັບປະຊາຊົນ ເປັນພື້ນຖານການເມືອງ ຂອງອໍານາດປະຊາທິປະໄຕປະຊາຊົນ, ມາຮອດປະຈຸບັນ ໄດ້ສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ 12 ຄັ້ງແລ້ວ.
ພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ໃນຄັ້ງນີ້ ເພື່ອເປັນການເຊື່ອມຊຶມ, ສຶກສາອົບຮົມ ໃຫ້ແກ່ພະນັກ ງານພາຍໃນ ຄຕພ ຮັບຮູ້, ເຂົ້າໃຈເຖິງປະຫວັດສາດສໍາຄັນ ຂອງຊາດ, ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມ ຂອງບັນພະ ບູລຸດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ພ້ອມກັນເຮັດສໍາເລັດທຸກໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.
ຂ່າວ: ຄຕພ
ຮູບ: ໄຊວ່າງ
ບກ: ພ.ບຸບຜາ




