ໃນວັນທີ 27 ສິງຫາ 2026 ນີ້, ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ເຂົ້າອວຍພອນ ທູດຫວຽດນາມ ປະຈໍາ ສປປ ລາວ ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ຫງວຽນ ມິ່ງ ເຕີມ, ເອກອັກຄະລັດຖະ ທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ເນື່ອງໃນໂອກາດລະນຶກ ຄົບຮອບ 81 ປີ ວັນໄຊຊະນະການປະຕິວັດ ເດືອນສິງຫາ (19 ສິງຫາ 1945-19 ສິງຫາ 2026) ເພື່ອສະແດງຄວາມຊົມເຊີຍຕໍ່ບັນດາຜົນງານອັນໃຫຍ່ຫຼວງ ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ທີ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງຍາດມາໄດ້ຕະຫຼອດໄລຍະ 81 ປີ ຜ່ານມາ ແລະ ສະແດງໃຫ້ເຫັນເຖິງສາຍພົວພັນພິເສດ ລາວ-ຫວຽດນາມ, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ.
ໃນໂອກາດດັ່ງກ່າວ, ສະຫາຍ ລາວປາວຊົ່ງ ນະວົງໄຊ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສໍາເລັດ ແລະ ຜົນງານທີ່ໃຫຍ່ຫຼວງ, ມູນເຊື້ອຮອບດ້ານຂອງສອງພັກພັກ, ສອງລັດ ແລະ ປະຊາຊົນອ້າຍນ້ອງ ເວົ້າລວມ, ເວົ້າສະເພາະ, ແມ່ນຜົນງານຂອງພັກ-ລັດ ແລະ ປະຊາຊົນ ຫວຽດນາມ ຍາດມາໄດ້ຕະຫຼອດໄລຍະ 81 ປີ ຜ່ານມາ, ອັນໄດ້ເຮັດໃຫ້ ສສ ຫວຽດນາມ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ສືບຕໍ່ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ຮັບການເປີດກວ້າງ, ຖານະບົດບາດອິດທິພົນຂອງ ພັກກອມມູນິດຫວຽດນາມ ແລະ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ສໍາລັບວຽກງານແນວໂຮມຂອງສອງປະເທດແມ່ນໄດ້ມີການຮ່ວມມືກັນຍ່າງໜັກແໜ້ນ ແລະ ມີຜົນສໍາເລັດຕາມແຜນການທີ່ສອງອົງການໄດ້ຕົກລົງຮ່ວມກັນໃນທຸກວຽກງານ ພ້ອມກັນນີ້, ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ອວຍພອນແດ່ທ່ານ ທູດ ແລະ ຄະນະມີຜົນສໍາເລັດໃຫຍ່ຫຼວງໃນການປະຕິບັດໜ້າທີ່ຢູ່ ສປປ ລາວ.
ໃນໂອກາດນີ້, ສະຫາຍ ຫງວຽນ ມິ່ງ ເຕີມ ເອກອັກຄະລັດຖະ ທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິ່ງໃຈຕໍ່ການນໍາ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ທີ່ມາອວຍພອນ ພ້ອມທັງຍົກໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະດ້ານນັບແຕ່ອະດີດເຖິງປັດຈຸບັນ ຂອງ ສສ ຫວຽດນາມໃຫ້ຮັບຊາບ, ທ່ານໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ ໂດຍສະເພາະການພົວພັນຮ່ວມມືລະຫວ່າງ ຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະກໍາມະການແນວໂຮມປະເທດຊາດ ສສ ຫວຽດນາມ ຊຶ່ງຍາມໃດ ກໍໄດ້ມີການຮ່ວມມືກັນຢ່າງສະໜິດແໜ້ນ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.
ຂ່າວ+ພາບ: ແສງຫລ້າ
ບກ: ອຸດອນ



