ພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຫ້ອງການ, ກົມ ຈຳນວນໜຶ່ງຂອງສູນກາງແນວລາວສ້າງຊາດ.

 
ໃນຕອນເຊົ້າວັນທີ 28 ສິງຫາ 2026 ທີ່ຫ້ອງປະຊຸມຊັ້ນ 2 ສູນກາງແນວລາວສ້າງຊາດ, ໄດ້ຈັດພິທີມອບ-ຮັບໜ້າທີ່ຂື້ນ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ, ຫົວໜ້າ-ຮອງຫົວໜ້າຫ້ອງການ; ກົມ; ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ມອບ-ຮັບໜ້າທີ່ລະຫວ່າງຫົວໜ້າຫ້ອງການ, ຫົວໜ້າກົມຈັດຕັ້ງ, ຫົວໜ້າກົມສາສະໜາ ແລະ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ (ຜູ້ເກົ່າ-ຜູ້ໃໝ່) ພາຍໃນສູນກາງແນວລາວສ້າງຊາດ. ໃນພິທີໄດ້ຜ່ານບົດສະຫຼຸບຕີລາຄາການຊີ້ນຳ-ນຳພາໄລຍະຜ່ານມາ ແລະ ວຽກທີ່ຈະສຶບຕໍ່ຈັດຕັ້ງປະຕິບັດໂດຍຫຍໍ້ຂອງຫ້ອງການ, ກົມຈັດຕັ້ງ, ກົມສາສະໜາ ແລະ ກົມຊັ້ນຄົນ-ການຈັດຕັ້ງສັງຄົມ. ພ້ອມດຽວກັນນັ້ນໄດ້ມີພິທີເຊັນບົດບັນທຶກມອບວຽກ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ຕື່ມອີກ.
ໂອກາດນີ້, ທ່ານ ນາງ ບຸດສະດີ ທະນະເມືອງ ໄດ້ແນະນຳບາງວງກພາຍຫລັງການມອບ-ຮັບ ໃຫ້ຄະນະພັກ-ຄະນະນໍາ ກໍຄືພະນັກງານຫຼັກແຫຼ່ງສູນກາງແນວລາວສ້າງຊາດເອົາໃຈໃສ່ສືບຕໍ່ປະສານວຽກງານເຊິ່ງກັນ ແລະ ກັນ, ຮັກສາມູນເຊື້ອຄວາມສາມັກຄີພາຍໃນ, ປະຕິບັດຖືກຕ້ອງຄົບຖ້ວນຕາມຫຼັກການນຳພາຂອງພັກ ມີຄວາມເປັນເອກະພາບພາຍໃນອົງການແນວລາວສ້າງຊາດ, ສືບຕໍ່ປັບປຸງພາລະບົດບາດ, ສິດ ແລະ ໜ້າທີຂອງແຕ່ລະກົມ; ແບບແຜນວິທີເຮັດວຽກຕ້ອງຕິດແທດຕົວຈິງ, ໂປ່ງໃສ; ມີການແບ່ງງານ, ການມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ; ເປັນແບບຢ່າງໃນການນຳພາ, ມີທັດສະນະ ແລະ ແບບແຜນດຳລົງຊີວິດທີ່ປອດໃສ, ປະຕິບັດໜ້າທີ່ດ້ວຍຄວາມບໍລິສຸດຊັດຊື່, ມີຈັນຍາບັນ. ຍາມໃດກໍຕ້ອງມີສະຕິກຽມພ້ອມປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍ; ຕ້ອງເຂັ້ມງວດຕໍ່ຕົນເອງ, ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຢ່າງເຂັ້ມງວດ.