ສູນກາງແນວລາວສ້າງຊາດ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກຫຼາຍພາກສ່ວນ

ໃນວັນທີ 8 ກັນຍາ 2026 ນີ້ ສູນກາງແນວລາວສ້າງຊາດ ໄດ້ຮັບເງິນສົດ ຈາກສູນກາງອົງການພຸດທະສາສະໜາສຳພັນລາວ ຈຳນວນ 100 ລ້ານກີບ ແລະ ໄດ້ຮັບເຄື່ອງຊ່ວຍເຫຼືອປະເພດນ້ຳ, ເຂົ້າສານ, ໝີ່, ຜ້າຫົ່ມ ແລະ ມຸ້ງ  ລວມມູນຄ່າທັງໝົດ 27 ລ້ານກວ່າກີບ ຈາກມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ, ກ່າວມອບໂດຍພຣະອາຈານໃຫຍ່ ສີທົນ ໄຊຍະວົງສອນ ຮອງປະທານສູນກາງອົງການພຸດທະສາສະໜາສຳພັນລາວ, ທ່ານ ນາງ ສີສະຫຼຽວ ທຳ ມະເທວາ ກຳມະການສູນກາງແນວລາວສ້າງຊາດ, ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ສຸຣິປັນຍາ ຣາຊສົມບັດ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃຫ້ສູນກາງແນວລາວສ້າງຊາດ ໃນຄັ້ງນີ້, ໄດ້ຈາກການປຸກລະດົມສັງຄົມ, ບໍລິສັດ, ມູນນິທິ ເພື່ອປະກອບສ່ວນ ເຂົ້າໃນການຊ່ວຍເຫຼືອສັງຄົມ ເປັນຕົ້ນແມ່ນຊ່ວຍເຫຼືອປະຊາຊົນຢູ່ບັນດາແຂວງພາກເໜືອທີ່ໄດ້ຮັບຜົນກະທົບໄພທຳມະຊາດນ້ຳຖ້ວມ ເພື່ອຊ່ວຍເຫຼືອແກ້ໄຂ, ແບ່ງເບົາຄວາມທຸກຂອງປະຊາຊົນ.

ໃນໂອກາດນີ້, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ອົງການພຸດທະສາສະໜາ ແລະ ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ໄດ້ນຳເອົາເງິນສົດ, ວັດຖຸປັດໄຈມາມອບໃຫ້ສູນກາງແນວລາວສ້າງຊາດ ໃນຄັ້ງນີ້ ແລະ ຢືນຢັນວ່າຈະນຳເອົາເງິນສົດ ແລະ ເຄື່ອງຊ່ວຍເຫຼືອຈຳນວນດັ່ງກ່າວໄປມອບຕໍ່ໃຫ້ເຖິງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ໄດ້ຮັບຄວາມເດືອດຮ້ອນຕົວຈີງ. ພ້ອມທັງໄດ້ມອບໃບຍ້ອງຍໍສັນລະເສີນຄຸນງານຄວາມດີ ປະກອບສ່ວນນ້ຳໃຈຊ່ວຍເຫຼືອສັງຄົມໃນຄັ້ງນີ້.

ຂ່າວ+ພາບ: ເຢ

ບກ: ພ.ພຽງ