ອົງການໃຈບຸນສາກົນ ເດເຊເຣັດ (DIC) ມອບເຂົ້າສານ 300 ໂຕນ ໃຫ້ ສນຊ.

ເພື່ອເປັນການປະກອບສ່ວນຮ່ວມໃຈບັນເທົາທຸກ ມອບນ້ຳໃຈໃຫ້ຜູ້ປະສົບໄພ, ໃນວັນທີ 14 ກັນຍາ 2026, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ມີພິທີ ມອບ-ຮັບ ເຂົ້າສານ ຈຳນວນ 300 ໂຕນ, ລວມມູນຄ່າ 248,017 ໂດລາສະຫະລັດ ຈາກອົງການໃຈບຸນສາກົນ ເດເຊເຣັດ (Deseret International Charities ຫຼື DIC) ເພື່ອສົ່ງຕໍ່ຄວາມຫ່ວງໃຍ ແລະ ໃຫ້ການຊ່ວຍເຫຼືອຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພນ້ຳຖ້ວມ ຢູ່ 2 ແຂວງພາກໃຕ້ ຄື: ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ;

ຕາງໜ້າກ່າວມອບໂດຍ ທ່ານ ຕຽງສັກ ອິນທະວົງ, ຫົວໜ້າອົງການໃຈບຸນສາກົນ ເດເຊເຣັດ (DIC) ປະຈຳຢູ່ ສປປ ລາວ ແລະ ເປັນກຽດກ່າວຮັບໂດຍ ທ່ານ ນາງ ບຸດສະດີ ທະນະເມືອງ, ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ; ໃນໂອກາດອັນມີຄວາມໝາຍສຳຄັນນີ້, ທ່ານ ນາງ ບຸດສະດີ ທະນະເມືອງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຢືນຢັນວ່າ: ເຂົ້າສານທີ່ໄດ້ຮັບໃນຄັ້ງນີ້ ຈະຖືກນຳ ໄປແຈກຢາຍໃຫ້ເຖິງມືປະຊາຊົນຜູ້ທີ່ກຳລັງເດືອດຮ້ອນໃນ 2 ແຂວງພາກໃຕ້ຢ່າງທົ່ວເຖິງ, ເພື່ອຊ່ວຍບັນເທົາຄວາມຫຍຸ້ງຍາກ ແລະ ເປັນກຳລັງໃຈໃຫ້ເຂົາເຈົ້າ ຜ່ານຜ່າວິກິດໄພ ພິບັດໃນຄັ້ງນີ້ ໄປໃຫ້ໄດ້;

ເພື່ອເປັນການສະແດງຄວາມຂອບໃຈ ແລະ ຍ້ອງຍໍຄຸນງາມຄວາມດີຂອງອົງການໃຈບຸນສາກົນເດເຊເຣັດ, ທ່ານ ຮອງປະທານ ສນຊ ໄດ້ມອບ ໃບຍ້ອງຍໍ ໃຫ້ແກ່ອົງການດັ່ງກ່າວ ເພື່ອເປັນການສັນລະເສີນນ້ຳໃຈອັນປະເສີດ ທີ່ໄດ້ຢືນມືເຂົ້າມາຊ່ວຍເຫຼືອສັງຄົມລາວ ໃນຍາມເດືອດຮ້ອນ; ເຊິ່ງການຊ່ວຍເຫຼືອໃນຄັ້ງນີ້ ບໍ່ພຽງແຕ່ແມ່ນການມອບວັດຖຸສິ່ງຂອງ, ແຕ່ຍັງເປັນສັນຍາລັກທີ່ສະແດງເຖິງ “ນ້ຳໃຈແຫ່ງການແບ່ງ ປັນຄວາມຮັກແພງ, ຄວາມຮ່ວມມືອັນແໜ້ນແຟ້ນ ແລະ ຄວາມໃສ່ໃຈອັນອົບອຸ່ນ” ຈາກອົງການໃຈບຸນສາກົນ ທີ່ມີຕໍ່ປະຊາຊົນລາວ ຢ່າງແທ້ຈິງ.

ບກ: ສືເຊັ່ງ, ພ.ພຽງ

ພາບ: ພ.ພຽງ

ຂ່າວ: ລີ