ໃນວັນທີ 15 ກັນຍາ 2026 ນີ້ ທີ່ວັດມີໄຊຍາຣາມ ນະຄອນຫຼວງວຽງຈັນ, ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍບັນດາທ່ານຮອງປະທານຜູ້ປະຈຳການ-ບໍ່ປະຈຳການ ສູນກາງແນວລາວສ້າງຊາດ, ບັນດາທ່ານຕາງໜ້າຈາກກະຊວງ-ອົງການ, ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ພ້ອມກັນເປັນເຈົ້າພາບພິທີສູດບຳເພັນບຸນກຸສົນອຸທິດແດ່ພຣະອາຈານໃຫຍ່ ມະຫາວັນນາ ສຸຣິຍະວົງສ໌ ອາດີດທີ່ປຶກສາສູນກາງອົງການພຸດທະສາສະໜາສຳພັນລາວ, ປະທານອົງການພຸດທະສາສະໜານະຄອນຫຼວງວຽງຈັນ, ອາດີດເຈົ້າອະທິການວັດມີໄຊຍະຣາມ ທີ່ມໍລະນະພາບເມື່ອວັນທີ 19 ສິງຫາ 2026 ຜ່ານມາ.

ໃນພິທີ, ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຂຶ້ນໄຕ້ທຽນບູຊາຣັດຕະນະໄຕ, ພ້ອມກັນນັ້ນໄດ້ຮັບຟັງສູດອະພິທຳ, ຖວາຍຜ້າບັງສະກຸນ ແລະ ຢາດນໍ້າ. ຫຼັງຈາກນັ້ນ, ຄະນະນຳຂອງສູນກາງແນວລາວສ້າງຊາດ ພ້ອມດ້ວຍບັນດາທ່ານທີ່ເຂົ້າຮ່ວມ ໄດ້ປະກອບສ່ວນໂມທະນາທານ ແລະ ຖວາຍວັດຖຸປັດໄຈເປັນເງິນສົດ ຈໍານວນ 135 ລ້ານກ່ວາກີບ, ຕາງໜ້າຮັບໂດຍ ພຣະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາ ແຫ່ງ ສປປ ລາວ ແລະ ມີພຣະເຖຣາ, ນຸເຖຣະ ເປັນສັກຂີພິຍານໃນພິທີຖວາຍປັດໄຈໃນຄັ້ງນີ້.



