ໃນວັນທີ 16 ກັນຍາ 2026, ຢູ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບ ເຂົ້າສານ ຈຳນວນ 200 ໂຕນ ພ້ອມດ້ວຍເງິນສົດ 100 ລ້ານກີບ ຢ່າງເປັນທາງການ ໃຫ້ກຽດມອບໂດຍ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໃຫ້ກຽດກ່າວຮັບໂດຍ ທ່ານ ບຸນໂຈມ ອຸບົນປະເສີດ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ໂດຍມີບັນດາທ່ານຄະນະປະຈຳພັກແຂວງ, ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ, ຕາງໜ້າພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ;
ເຂົ້າສານຈຳນວນດັ່ງກ່າວ ລວມມູນຄ່າ 3.720.423.794.82 ກີບ ແມ່ນໄດ້ຮັບການສະໜັບສະໜູນ,ຊ່ວຍເຫຼືອຈາກອົງການໃຈບຸນສາກົນ ເດເຊເຣັດ (Deseret International Charitiesຫຼື DIC) ແລະ ເງິນສົດ ຈຳນວນ 100 ລ້ານກີບ ແມ່ນການປະກອບສ່ວນຈາກສັງຄົມ ໂດຍສະເພາະບັນດາທ່ານຄະນະກຳມະການສູນກາງແນວລາວສ້າງຊາດ ທີ່ໄດ້ມອບໃຫ້ຜ່ານທາງສູນກາງແນວລາວສ້າງຊາດ ເພື່ອນຳມາຊ່ວຍເຫຼືອ ແລະ ບັນເທົາທຸກໃຫ້ແກ່ປະຊາຊົນພາຍໃນແຂວງທີ່ປະສົບໄພພິບັດນ້ຳຖ້ວມ;
ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບຜົນກະທົບ ແລະ ຄວາມເສຍຫາຍ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກລົມພາຍຸ ແລະ ຝົນຕົກໜັກຕິດຕໍ່ກັນຫຼາຍວັນ, ສ້າງຄວາມເສຍຫາຍຖືກນ້ຳຖ້ວມ 10 ເມືອງ, 177 ບ້ານ, 8,968 ຄອບຄົວ, ລວມ 40,212 ຄົນ (ຍິງ 21,585 ຄົນ, ພິການ 9 ຄົນ); ທີ່ຢູ່ອາໄສເປ່ເພ 40 ຫຼັງ (ພັດໄຫຼ 3 ຫຼັງ); ມີຜູ້ເສຍຊີວິດຍ້ອນຈົມນ້ຳ 5 ຄົນ; ພ້ອມທັງຍົກໃຫ້ເຫັນ ການນຳພາ-ຊີ້ນຳ ມາດຕະການແກ້ໄຂບັນເທົາທຸກພ້ອມທັງທິດທາງການຟື້ນຟູ ແລະ ແກ້ໄຂໄລຍະຍາວ ເປັນຕົ້ນແມ່ນການຈັດສັນທີ່ຢູ່ອາໄສ ແລະ ຟື້ນຟູພື້ນຖານໂຄງລ່າງ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ; ພ້ອມນີ້, ທ່ານໄດ້ສະແດງຄວາມຂອບໃຈຢ່າງຍິ່ງ ຕໍ່ທ່ານປະທານ ສນຊ ກໍຄື ອົງການໃຈບຸນສາກົນ DICແລະ ບັນດາທ່ານທີ່ໄດ້ໃຫ້ຄວາມຊ່ວຍເຫຼືອ ໃນຄັ້ງນີ້, ພ້ອມທັງຢືນຢັນວ່າທາງແຂວງຈະນຳເອົາການຊ່ວຍເຫຼືອດັ່ງກ່າວນີ້ ໄປແຈກຢາຍໃຫ້ເຖິງມືປະຊາຊົນຜູ້ທີ່ກຳລັງປະສົບຄວາມຫຍຸ້ງ ຍາກຢ່າງທົ່ວເຖິງ ເພື່ອໃຫ້ເກີດປະໂຫຍດສູງສຸດ ຢ່າງແທ້ຈິງ.
ໃນວັນດຽວກັນ, ທ່ານປະທານສູນກາແນວລາວສ້າງຊາດ ໄດ້ພົບປະຢ້ຽມຢາມ ແລະໂອ້ລົມພະນັກງານແນວລາວສ້າງຊາດແຂວງ ໂດຍມີທ່ານ ສາລີ ວິນລາວັນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ພ້ອມຄະນະ ແລະ ພະນັກງານແນວລາວສ້າງຊາດເຂົ້າຮ່ວມ;
ບກ: ໄພຈິດ
ພາບ ແລະ ຂ່າວ: ພ.ພຽງ



