ປະທານ ສນຊ ລົງເຄື່ອນໄຫວພົບປະຢ້ຽມຢາມ, ມອບວັດຖຸ-ປັດໄຈຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ແລະ ເຮັດວຽກຢູ່ເມືອງຄົງເຊໂດນ ແຂວງສາລະວັນ

       ໃນວັນທີ 17 ກັນຍາ 2026, ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ), ປະທານສະພາທິດສະດີສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມ, ຊຸກຍູ້ວຽກງານ ແລະ ເຮັດວຽກຢູ່ເມືອງຄົງເຊໂດນ ແຂວງສາລະວັນ. ຕ້ອນຮັບ ທ່ານ ປະທານ ສນຊ ແລະ ຄະນະໃນຄັ້ງນີ້ ມີ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ທ່ານ ທອງດີ ຈັນທະວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນເມືອງ, ຕາແສງ, ບ້ານ ແລະ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມຢ່າງພ້ອມ ພຽງ ຢູ່ທີ່ຫ້ອງວ່າການປົກຄອງເມືອງຄົງເຊໂດນ.
       ໃນໂອກາດດັ່ງກ່າວ, ທ່ານ ວິໄລ ສີລາດວງໃຈ ເລຂາພັກເມືອງຄົງເຊໂດນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບຜົນກະທົບ ແລະ ຄວາມເສຍຫາຍຈາກໄພພິບັດນໍ້າຖ້ວມ ໃນຊ່ວງໄລຍະທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນຍາ 2026 ຜ່ານມາ ເຊິ່ງທົ່ວແຂວງສາລະວັນ ມີ 6 ເມືອງ ໄດ້ຮັບຜົນກະທົບ, 157 ບ້ານ, 6.349 ຄອບຄົວ, ເນື້ອທີ່ການຜະລິດເສຍຫາຍລວມ 1.441 ເຮັກຕາ (ໃນນີ້: ເນື້ອທີ່ນາ 1.323 ເຮັກຕາ ແລະ ພືດຕ່າງໆ 118 ເຮັກຕາ). ສຳລັບ ເມືອງຄົງເຊໂດນ ປະກອບມີ 83 ບ້ານ, ມີ 5 ຕາແສງ, ເຊິ່ງໄດ້ຮັບຜົນກະທົບ 54 ບ້ານ, ມີເນື້ອທີ່ຖືກຖ້ວມເສຍຫາຍທັງໝົດ 4.674 ເຮັກຕາ ແລະ ມີຈຳນວນ 4.150 ຄອບຄົວໄດ້ຮັບຜົນກະທົບ. ຜ່ານມາ, ຄະນະພັກ-ອົງການປົກຄອງເມືອງ ໄດ້ຊີ້ນຳກຳລັງ ປກຊ-ປກສ ພ້ອມດ້ວຍກຳລັງຊາວໜຸ່ມ ລົງສົມທົບກັນຊ່ວຍເຫຼືອຍົກຍ້າຍປະຊາຊົນ, ວັດຖຸສິ່ງຂອງ ແລະ ສັດລ້ຽງ ໄປສູ່ເຂດປອດໄພຢ່າງທ່ວງທັນ ພ້ອມທັງໄດ້ລະດົມຂົນຂວາຍເຄື່ອງອຸປະໂພກ-ບໍລິໂພກ, ນໍ້າດື່ມ ແລະ ຢາປົວພະຍາດ ນຳ ໄປແຈກຈ່າຍແກ້ໄຂບັນເທົາທຸກຂັ້ນຕົ້ນໃຫ້ແກ່ປະຊາຊົນ.
       ໂອກາດອັນສະຫງ່າລາສີນີ້, ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຄວາມເປັນຫວງເປັນໃຍ ມາຍັງຄະນະພັກ, ອົງການປົກຄອງທຸກຂັ້ນ ຕະຫຼອດຮອດກຳລັງປະກອບອາວຸດ ທີ່ໄດ້ຍົກສູງຄວາມຮັບຜິດຊອບທາງການເມືອງ ເອົາໃຈໃສ່ຊີ້ນຳ-ນຳພາ ຊ່ວຍເຫຼືອປະຊາຊົນບັນດາເຜົ່າຜູ້ປະສົບໄພພິບັດຢ່າງຕັ້ງໜ້າ ແລະ ທັນເວລາ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນ ສືບຕໍ່ຍົກສູງບົດບາດວຽກງານແນວລາວສ້າງຊາດ ສູ່ຄຸນນະພາບໃໝ່ ໂດຍເນັ້ນໃຫ້ປະຕິບັດ: “ກວ້າງຂວາງກວ່າເກົ່າ, ໜັກແໜ້ນກວ່າເກົ່າ, ຫັນປ່ຽນຢ່າງເລິກເຊິ່ງກວ່າເກົ່າ ແລະ ບຸກທະລຸຢ່າງແຂງແຮງກວ່າເກົ່າ” ຜ່ານ 3 ເນື້ອໃນສຳຄັນ ຄື: ວຽກງານມະຫາສາມັກຄີປອງດອງ: ຕ້ອງເພີ່ມທະວີວຽກງານເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ ແລະ ຄວາມສາມັກຄີປອງດອງທາງດ້ານສາສະໜາ ໃຫ້ໜັກແໜ້ນເຂັ້ມແຂງ; ວຽກງານປຸກລະດົມຂົນຂວາຍ ເສີມຂະຫຍາຍບົດບາດເປັນຂົວຕໍ່ໃນການປຸກລະດົມຂົນຂວາຍປະຊາຊົນທຸກຊັ້ນຄົນ ໃຫ້ຕື່ນຕົວເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ-ລັດ; ວຽກງານຕິດຕາມກວດກາ ເອົາໃຈໃສ່ຍົກສູງບົດ ບາດການຕິດຕາມກວດກາ ຂອງແນວລາວສ້າງຊາດ ໃຫ້ສອດຄ່ອງຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດ ໝາຍ.
ໃນຕອນທ້າຍຂອງການພົບປະ, ດ້ວຍຄວາມຫ່ວງໃຍຕໍ່ຊີວິດການເປັນຢູ່ ແລະ ຄວາມສຸກທຸກ ຂອງປະຊາຊົນ, ທ່ານປະທານ ສນຊ ໄດ້ມອບເງິນສົດ ຈຳນວນ 100.000.000 ກີບ (ໜຶ່ງຮ້ອຍລ້ານກີບ) ໃຫ້ແກ່ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ເພື່ອນຳໄປສົມທົບເຂົ້າໃນວຽກງານ.
ບກ: ພ.ບຸບຜາ
ຂ່າວ+ພາບ: ພ.ພຽງ