ວັນທີ 23 ກັນຍາ 2026 ທີ່ສູນກາງແນວລາວສ້າງຊາດ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ, ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມຂອງ ພຣະອາຈານ ທິກແທງ ຫຍ້ຽວ, ຮອງປະທານຜູ້ປະຈໍາການຄະນະບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ ພ້ອມດ້ວຍຄະນະ.
ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະຫຼຸບວຽກງານພຸດທະສາສະໜາຂອງຄະນະປະສານງານ ແລະ ຮ່ວມມືພຸດທະສາສະ ໜາລາວ- ຫວຽດນາມ ຂອງ ພຣະອາຈານ ທິກແທງ ຫຍ້ຽວ, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດ ສອງຊາດລາວ- ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດ, ອົງການພຸດທະສາສະໜາສໍາພັນລາວ ແລະ ແນວໂຮມປະເທດຊາດຫວຽດນາມ ໃຫ້ນັບມື້ມີຄວາມເຕີບໃຫຍ່ຍິ່ງໆຂື້ນ.
ໃນໂອກາດດັ່ງກ່າວ ພຣະອາຈານ ທິກແທງ ຫຍ້ຽວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງລາຍງານສະພາບການເຄື່ອນໄຫວວຽກງານສະໜາຢູ່ ສ ປປ ລາວ ໃນໄລຍະຜ່ານມາໂດຍຫຍໍ້ ແລະ ເຂົ້າຮ່ວມພິທີສະຫຼຸບວຽກງານພຸດທະສາສະໜາຂອງຄະນະປະສານງານ ແລະ ຮ່ວມມືພຸດທະສາສະໜາລາວ- ຫວຽດນາມ ໃນວັນທີ 24 ກັນຍາ 2026 ນີ້.
ໂອກາດນີ້ ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈມາຍັງການນໍາພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ຄວາມຊ່ວຍເຫຼືອ ສ ປປ ລາວ ກໍຄືວຽກງານອົງການພຸດທະສາສະ ໜາສໍາພັນລາວ ໃນໄລະຜ່ານ ແລະ ອວຍພອນໄຊໃຫ້ ພຣະອາຈານ ທິກແທງ ຫຍ້ຽວ ພ້ອມດ້ວຍ ຄະນະ ຈົ່ງຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຢູ່ ສ ປປ ລາວ ໃຫ້ບັນລຸຈຸດປະສົງທີ່ວາງໄວ້.
ບກ: ໄພຈິດ
ພາບ-ຂ່າວ: ຫຼ້າ



