ກອງປະຊຸມປຶກສາການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

      ໃນວັນທີ 15 ຕຸລາ 2026 ນີ້ ທີ່ສູນກາງແນວລາວສ້າງຊາດ ໄດ້ມີການຈັດກອງປະຊຸມປຶກສາຫາລື ເພື່ອກະກຽມຄວາມພ້ອມໃນການເປັນເຈົ້າພາບຈັດ ກອງປະຊຸມໂຕະມົນສາສະໜາໜານໄຫ່  ຄັ້ງທີ XI ປະຈຳປີ 2026, ໂດຍການເປັນປະທານຂອງ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີພະເຖລະ-ນຸເຖລະ, ຄະນະນຳສູນກາງແນວລາວສ້າງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຮັບຜິດຊອບຈັດກອງປະຊຸມຂອງທັງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.

ໂອກາດນີ້, ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາຂອງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ວ່າ: ກອງປະຊຸມຄັ້ງທີ 1 ຈັດຂຶ້ນປີ 2016 ຢູ່ວັດຫົງຟ້າ ຕັ້ງຢູ່ແຄມຝັ່ງທະເລໜານໄຫ່ ນະຄອນເສິນເຈີ້ນ ແຂວງກວາງຕຸງ ສປ ຈີນ. ເຊິ່ງມາຮອດປັດຈຸບັນກອງປະຊຸມໂຕະມົນດັ່ງກ່າວ ໄດ້ຍົກລະດັບຂື້ນເລື້ອຍໆ ແລະ ຈັດຂຶ້ນແລ້ວ 10 ຄັ້ງ ແລະ ເຄື່ອນຍ້າຍໄປຈັດຢູ່ຕ່າງປະເທດ 3 ຄັ້ງຄື ຄັ້ງທີ VII, ຄັ້ງທີ VIII, ຄັ້ງທີ IX ແລະ ຄັ້ງທີ XI ນີ້ ຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ສປປ ລາວ ເຊິ່ງຈະມີຜູ້ແທນຈາກ 31 ປະເທດເຂົ້າຮ່ວມ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາກ່ຽວກັບການກຳນົດທິດທາງ, ວາລະກອງປະຊຸມ, ດ້ານເນື້ອໃນ, ວຽກງານປ້ອງກັນຄວາມປອດໄພ ຕະຫຼອດຮອດການປະສານງານລະຫວ່າງ ສອງຝ່າຍ ລາວ-ຈີນ, ຈີນ-ລາວ ເພື່ອຮັບປະກັນຄວາມພ້ອມຮອບດ້ານ ໃນການຈັດກອງປະຊຸມດັ່ງກ່າວ.

ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ກ່າວຊົມເຊີຍຕໍ່ຄະນະຮັບຜິດຊອບຂອງທັງສອງຝ່າຍທີ່ໄດ້ມີການປະສານງານ ແລະ ກະກຽມຄວາມພ້ອມໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນຕື່ມວ່າ: ກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI ນີ້ ແມ່ນຢູ່ໃນທາມກາງບັນຍາກາດ ທີ່ສອງປະເທດພວມສະເຫຼີມສະຫຼອງວັນສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ປີທ່ອງທ່ຽວລາວ-ຈີນ,  ເປັນຊ່ວງໄລຍະທີ່ອອກພັນສາ ແລະ ມີຜູ້ແທນຈາກຫຼາຍປະເທດເຂົ້າຮ່ວມ. ສະນັ້ນ, ໃຫ້ຄະນະຮັບຜິດຊອບຂອງທັງສອງຝ່າຍ ກວດກາຄືນບັນດາວຽກງານປິ່ນອ້ອມຮອບດ້ານ ເພື່ອກຽມຄວາມພ້ອມທຸກດ້ານໃນການດຳເນີນກອງປະຊຸມ, ຖືເອົາໂອກາດນີ້ໂຄສະນາໃຫ້ກວ້າງຂວາງທົ່ວເຖິງ, ເລິກເຊິ່ງ; ເປັນເຈົ້າພາບທີ່ດີທີ່ສຸດ ແລະ ຖືເອົາໂອກາດນີ້ເຜີຍແຜ່, ຍົກກະດັບບົດບາດ ສປປ ລາວ ເວົ້າລວມ ເວົ້າສະເພາະ ແມ່ນເຜີຍແຜ່ວັດທະນະທຳອັນດີງາມ ອອກສູ່ເວທີສາກົນ ແລະ ການທ່ອງທ່ຽວຂອງ ສປປ ລາວ ສູ່ສາຍຕາຊາວໂລກອີກດ້ວຍ.

ຂ່າວ+ພາບ: ເຢ+ລີ

ບກ: ໄພຈິດ